ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ລາຄາຄຳຍັງຟື້ນຕົວໄດ້ຍາກ ເມື່ອຢູ່ຕ່ຳກວ່າ $1,975

ລາຄາຄຳຍັງຟື້ນຕົວໄດ້ຍາກ ເມື່ອຢູ່ຕ່ຳກວ່າ $1,975

ລາຄາຄຳກຳລັງມຸ່ງໜ້າສູ່ການປັບຂຶ້ນປະຈຳອາທິດເປັນຄັ້ງທຳອິດໃນຮອບ 3 ອາທິດ ແລະຍັງຮັກສາການຟື້ນຕົວຕັ້ງແຕ່ຕົ້ນອາທິດໄວ້ໄດ້ ເຖິງແມ່ນວ່າມື້ກ່ອນຈະຖອຍລົງຈາກຈຸດທີ່ 100-SMA ຕັດກັບເສັ້ນຕ້ານທີ່ລາດລົງມາເປັນເວລາ 2 ອາທິດ. ໃນເວລາຂຽນຂ່າວ ລາຄາຢູ່ປະມານ $1,973-75. ຄວນສັງເກດວ່າ ເຂດລາຄາແນວນອນທີ່ມີມາໄດ້ 1 ເດືອນ ປະກອບກັບສັນຍານ RSI (14) ທີ່ເປັນບວກ ແລະສັນຍານ MACD ທີ່ຊີ້ວ່າຕະຫຼາດມີແນວໂນ້ມຂາຂຶ້ນ ຊ່ວຍໃຫ້ຜູ້ຊື້ XAUUSD ຍັງມີຄວາມຫວັງວ່າລາຄາຈະຜ່ານແນວຕ້ານທີ່ບັນຈົບກັນຂ້າງເທິງນັ້ນໄດ້. ຫຼັງຈາກນັ້ນ ລາຄາຄຳອາດຈະຂຶ້ນໄປຫາລະດັບສຳຄັນທາງຈິດວິທະຍາທີ່ $2,000 ແລະຕໍ່ໄປຫາລາຄາສູງສຸດຂອງເດືອນກ່ອນທີ່ປະມານ $2,010 ໃນໄວໆນີ້. ແນວໃດກໍຕາມ ລາຄາສູງສຸດຂອງປີທີ່ເຮັດໄວ້ໃນເດືອນພຶດສະພາປະມານ $2,067 ແລະຈຸດສູງສຸດຂອງປີກ່ອນທີ່ໃກ້ $2,071 ອາດຈະກາຍເປັນອຸປະສັກຕໍ່ຜູ້ຊື້ຄຳໃນຂັ້ນຕໍ່ໄປ.

ໃນຂະນະດຽວກັນ ເຂດແນວນອນທີ່ປະກອບດ້ວຍລະດັບລາຄາເຊິ່ງໄດ້ຖືກກຳນົດໄວ້ຕັ້ງແຕ່ຕົ້ນເດືອນຕຸລາ ມາບັນຈົບກັບ 200-SMA ເຮັດໃຫ້ເຫັນວ່າ $1,931-30 ເປັນດ່ານສຳຄັນໃນໄລຍະສັ້ນສຳລັບຜູ້ຂາຍຄຳ. ຖ້າໂລຫະມີຄ່າລາຄາຫຼຸດຕ່ຳກວ່າ $1,930 ລະດັບ Fibonacci retracement 50% ຂອງການປັບຂຶ້ນໃນຊ່ວງເດືອນຕຸລາ-ພະຈິກ ຊຶ່ງຢູ່ໃກ້ກັບ $1,910 ຈະມາກ່ອນລະດັບກົມ $1,900 ເຊິ່ງຈະເປັນແນວປ້ອງກັນສຸດທ້າຍຂອງຜູ້ຊື້. ຄວນສັງເກດວ່າ ລະດັບ Fibonacci 61.8% ແລະ 78.6% ຊຶ່ງຢູ່ໃກ້ກັບ $1,885 ແລະ $1,850 ຕາມລຳດັບ ອາດທົດສອບແຮງຂາຍຂອງ XAUUSD ຫຼັງຈາກລາຄາຜ່ານລະດັບ $1,900 ແລະກ່ອນຈະເຖິງຈຸດຕ່ຳສຸດຂອງເດືອນຕຸລາທີ່ $1,810.

ໂດຍລວມແລ້ວ ລາຄາຄຳເບິ່ງຄືກຳລັງຟື້ນຕົວ ແຕ່ທິດທາງຂາຂຶ້ນຍັງຕ້ອງລໍຖ້າການຢືນຢັນຈາກລະດັບ $1,975 ແລະຂໍ້ມູນຈາກສະຫະລັດ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.