Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ແຮງຊື້ GBPUSD ເລີ່ມອ່ອນລົງ ເມື່ອໃກ້ສິ້ນປີ 2022

ແຮງຊື້ GBPUSD ເລີ່ມອ່ອນລົງ ເມື່ອໃກ້ສິ້ນປີ 2022

ໃນເດືອນພະຈິກ GBPUSD ປັບຂຶ້ນຫຼາຍທີ່ສຸດລາຍເດືອນ ນັບຕັ້ງແຕ່ກາງປີ 2020. ແຕ່ແນວໂນ້ມຂາຂຶ້ນຫຼ້າສຸດເບິ່ງບໍ່ແນ່ນອນ ເນື່ອງຈາກຄູ່ເງິນຍັງຢູ່ຕ່ຳກວ່າເສັ້ນແນວຮັບເກົ່າທີ່ຜ່ານມາໜຶ່ງເດືອນ. ເຖິງຢ່າງນັ້ນ 50-SMA ຈຳກັດການປັບລົງໃນລະຍະໃກ້ຂອງຄູ່ເງິນໄວ້ບໍລິເວນ 1.1985. ຖັດຈາກນັ້ນ ລະດັບ 100-SMA ບໍລິເວນ 1.1860 ອາດເປັນແນວປ້ອງກັນສຸດທ້າຍຂອງຝ່າຍຊື້ຄູ່ເງິນ ກ່ອນທີ່ຈະເປີດທາງໃຫ້ຝ່າຍຂາຍມຸ່ງໜ້າໄປຫາລະດັບ Fibonacci retracement 50% ຂອງການປັບຂຶ້ນໃນຊ່ວງ 04-24 ພະຈິກ ບໍລິເວນ 1.1650.

ຂະນະດຽວກັນ ການທະລຸຂຶ້ນເໜືອເສັ້ນແນວຮັບທີ່ກາຍເປັນແນວຕ້ານທີ່ກ່າວເຖິງ ຢູ່ບໍລິເວນ 1.2190. ເຖິງວ່າສະພາບ RSI ອາດເຂົ້າສູ່ເຂດຊື້ຫຼາຍເກີນໄປ ແລະຂັດຂວາງການປັບຂຶ້ນຕໍ່ໄປບໍລິເວນ 1.2190, ແຕ່ຖ້າປັບຂຶ້ນໄດ້ສຳເລັດ ລາຄາກໍອາດມຸ່ງເປົ້າໄປຫາຈຸດສູງສຸດຂອງເດືອນສິງຫາທີ່ຢູ່ໃກ້ 1.2295. ຄວນສັງເກດວ່າ ຖ້າຄູ່ GBPUSD ຊື້ຂາຍຢືນຢູ່ເໜືອລະດັບກົມ 1.2300 ໄດ້ຕໍ່ເນື່ອງ ກໍຈະເປີດທາງໃຫ້ຝ່າຍຊື້ມຸ່ງເປົ້າໄປຫາຈຸດສູງສຸດກາງປີ 2020 ບໍລິເວນ 1.2665 ໂດຍມີ 1.2405 ເປັນແນວກັ້ນລາຄາທີ່ອາດເກີດຂຶ້ນ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.