Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ລາຄາຄຳຟື້ນຕົວຕໍ່ເນື່ອງມາ 2 ອາທິດ ແລະຍັງຢູ່ສູງກວ່າເສັ້ນ 200-SMA ແລະເຂດແນວນອນຈາກຕົ້ນເດືອນມັງກອນຢ່າງຊັດເຈນ. ການປັບຂຶ້ນນີ້ປະກອບກັບສັນຍານ MACD ຂາຂຶ້ນ ຊີ້ວ່າລາຄາອາດປັບຂຶ້ນຕໍ່ໄປ. ແຕ່ເສັ້ນ RSI ທີ່ຢູ່ໃນເຂດຊື້ຫຼາຍເກີນໄປ ເຮັດໃຫ້ຜູ້ຊື້ຄວນລະມັດລະວັງ ຈົນກວ່າຈະເຫັນການຊື້ຂາຍຢືນຢູ່ເໜືອ $1,830 ຢ່າງຕໍ່ເນື່ອງ. ນອກຈາກດ່ານຕ້ານສຳຄັນແລ້ວ ນັກຊື້ຂາຍຄຳຄວນຕິດຕາມຂໍ້ມູນດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງສະຫະລັດປະຈຳເດືອນມັງກອນ ທ່າມກາງຄວາມກັງວົນວ່າ Fed ຈະຂຶ້ນອັດຕາດອກເບ້ຍ.
ຖ້າເງິນເຟີ້ສູງຂຶ້ນຫຼາຍກວ່າຄາດ ເງິນໂດລາສະຫະລັດອາດຟື້ນຕົວຈາກການປັບລົງຫຼ້າສຸດ ແລະກົດດັນລາຄາຄຳ ໂດຍອາດດຶງລາຄາກັບລົງຫາເສັ້ນ 200-SMA ໃກ້ $1,815. ຈາກນັ້ນ ລະດັບ $1,800 ແລະລະດັບ Fibonacci retracement 61.8% (Fibo.) ຂອງການປັບຂຶ້ນໃນຊ່ວງເດືອນທັນວາ-ມັງກອນ ໃກ້ $1,790 ອາດເປັນຈຸດທີ່ຜູ້ຂາຍຄຳໃຫ້ຄວາມສົນໃຈ ກ່ອນທີ່ລາຄາຈະມຸ່ງໜ້າໄປຫາເຂດແນວຮັບປະຈຳເດືອນບໍລິເວນ $1,780.
ອີກດ້ານໜຶ່ງ ຖ້າລາຄາເງິນເຟີ້ອ່ອນຕົວລົງແບບເໜືອຄາດ ກໍອາດຊ່ວຍໃຫ້ຜູ້ຊື້ຄຳຜ່ານເຂດແນວຕ້ານໃກ້ຄຽງ ແລະມຸ່ງເປົ້າໄປຫາຈຸດສູງສຸດຂອງເດືອນມັງກອນໃກ້ $1,853. ເຖິງວ່າຝ່າຍຂາຂຶ້ນອາດປະເຊີນຄວາມຫຍຸ້ງຍາກຢູ່ແຖວດ່ານຕ້ານດັ່ງກ່າວ ແຕ່ຖ້າຜ່ານໄດ້ ຈຸດສູງສຸດໃນເດືອນພະຈິກ 2021 ໃກ້ $1,877 ແລະລະດັບກົມ $1,900 ກໍອາດກັບມາຢູ່ໃນສາຍຕາ.