
USDJPY ພະຍາຍາມປ້ອງກັນການປັບຕົວລົງຕໍ່ເນື່ອງ 3 ອາທິດ ໂດຍທີ່ແນວລຸ່ມຂອງຊ່ອງແນວໂນ້ມຂາຂຶ້ນທີ່ลາກຕໍ່ເນື່ອງຈາກທ້າຍເດືອນນາທົງກາຍມາ ໄດ້ຕັດກັບຄ່າສະເເຉນເຄື່ອນທີ່ແບບ Exponential (EMA) ຍ້ອນຫຼັງ 100 ວັນ ເພື່ອຈຳກັດການປັບລົງໃນທັນທີຂອງລາຄາໃກ້ລະດັບ 147.00. ແຖ້ວ່າລາຄາທະລຸລະດັບຮັບ 147.00 ໄປ ກໍຍັງຈະມີແນວຕ້ານທີ່ເຄີຍເປັນແນວຕ້ານເປັນເວງລະຍະ 5 ເດືອນ ຕັດກັບ EMA ຍ້ອນຫຼັງ 200 ວັນ ທີ່ປະມານ 143.80 ຂະນະທີ່ຂ່າວນີ້ຈະອອກເຜີຍແພ່ ຊຶ່ງເປັນດ່ານທີ່ຝ່າຍຂາຍຈະທະລຸຜ່ານໄດ້ຢາກ. ຈາກນັ້ນ ກໍບໍ່ອາດຕັດໂອກາດທີ່ຄູ່ເງິນເຍນຈະປັບຕົວລົງໄປຫາລະດັບຕ່ຳສຸດຂອງເດືອນສິງຫາຄົນປະມານ 141.50 ແລ້ວລົງຕໍ່ໄປຫາຕົວເລກຖ້ວນ 140.00.
ໃນທາງກົງກັນຂ້າມ ແຮງກົດດັນຂາລົງຂອງ MACD ທີ່ກຳລັງອ່ອນລົງ ແລະເສັ້ນ RSI (14) ທີ່ໃກ້ເຂົ້າສູ່ພາວະຂາຍເກີນ ພ້ອມກັບແນວຮັບ 147.00 ກຳລັງທ້າທາຍຝ່າຍຂາຍ USDJPY. ແນວໃດກໍຕາມ ການຟື້ນຕົວຂອງຄູ່ເງິນນີ້ຍັງຕ້ອງມີສັນຍານຢືນຢັນຈາກລະດັບ 50-EMA ທີ່ປະມານ 148.60. ຖ້າລາຄາສາມາດຮັກສາຄວາມແຂງແຮງໄວ້ໄດ້ ລະດັບ 150.00 ທີ່ມີຄວາມສຳຄັນທາງຈິດວິທະຍາ ຈະເປັນດ່ານກ່ອນລະດັບສູງສຸດຂອງເດືອນກ່ອນທີ່ 151.90 ເຊິ່ງຈະເປັນດ່ານທົດສອບສຸດທ້າຍສຳລັບຝ່າຍຊື້ຄູ່ເງິນນີ້. ຄວນສັງເກດວ່າ ຖ້າຄູ່ເງິນເຢນສາມາດຊື້ຂາຍສູງກວ່າ 151.90 ໄດ້ສຳເລັດ ຝ່າຍຊື້ກໍຈະມີໂອກາດມຸ່ງເປົ້າໄປຫາຂອບເທິງຂອງຊ່ອງແນວໂນ້ມທີ່ກ່າວເຖິງກ່ອນໜ້ານີ້ ເຊິ່ງຢູ່ແຖວ 154.00.
ໂດຍລວມ ຄູ່ USDJPY ກຳລັງລວມຕົວໃນທິດທາງຂາລົງ ແລະລາຄາອາດດີດກັບຂຶ້ນ ຖ້າລາຄາບໍ່ຢືນຢູ່ນອກແນວຮັບສຳຄັນທີ່ 147.00.