Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?

ການວິເຄາະຕະຫຼາດ (ໜ້າ 86)

ມື້ນີ້
ຝ່າຍຂາຍ USDJPY ກຳລັງຕໍ່ສູ້ກັບແນວຮັບສຳຄັນ

USDJPY ລົງມາເຮັດລະດັບຕ່ຳສຸດໃນຮອບ 6 ອາທິດອີກຄັ້ງ ພ້ອມກັບຫຼຸດລົງຕໍ່ຈາກເສັ້ນແນວໂນ້ມຂາຂຶ້ນທີ່ສ້າງມາ 5 ເດືອນ ລວມທັງ 50-DMA. ແຕ່ການລົງຕໍ່ຂອງຄູ່ເງິນນີ້ເບິ່ງບໍ່ຄ່ອຍໜັກແໜ້ນ.

ມື້ນີ້
200-SMA ທົດສອບແຮງຂາຍ NZDUSD ຫຼັງຂໍ້ມູນການຈ້າງງານຂອງນິວຊີແລນ

NZDUSD ປັບຕົວລົງຕາມຕົວເລກການຈ້າງງານໄຕມາດ 2 ຂອງນິວຊີແລນທີ່ອ່ອນແອ ແລະເຮັດລະດັບຕ່ຳສຸດປະຈຳອາທິດຄັ້ງໃໝ່ ຫຼັງຈາກທະລຸລົງຈາກຊ່ອງແນວໂນ້ມຂາຂຶ້ນທີ່ມີມາໄດ້ 3 ອາທິດ.

ມື້ນີ້
ຝ່າຍຊື້ GBPUSD ກຳລັງສູນເສຍກຳລັງກ່ອນການປະກາດຂອງ BOE

GBPUSD ຂະຫຍາຍການປັບຕົວລົງໃນຕົ້ນອາທິດ ຈາກເສັ້ນຕ້ານທີ່ມີອາຍຸ 2.5 ເດືອນ ໃນແຖວເສັ້ນຂອບລຸ່ມຂອງຊ່ອງແນວໂນ້ມຂາຂຶ້ນ ເຊິ່ງເຊື່ອມຫຼາຍລະດັບທີ່ກຳນົດໄວ້ຕັ້ງແຕ່ກາງເດືອນກໍລະກົດ.

ມື້ນີ້
EURUSD ສະແດງຮູບແບບຂາລົງກ່ອນການປະກາດຕົວເລກ NFP ຂອງສະຫະລັດ

ບໍ່ວ່າຈະເປັນຮູບແບບສາມຫຼ່ຽມຂາຂຶ້ນ ຫຼືການດີດກັບຈາກ 200-SMA, ຝ່າຍຂາຍ EURUSD ກໍກຳລັງເພີ່ມກຳລັງ ໃນຂະນະທີ່ຕະຫຼາດລໍຖ້າຕົວເລກການຈ້າງງານນອກຂະແໜງກະສິກຳຂອງສະຫະລັດ (NFP) ປະຈຳເດືອນກໍລະກົດ.

ມື້ນີ້
NZDUSD ກຽມທົດສອບຈຸດຕ່ຳສຸດໃໝ່ຂອງປີ 2022 ໂດຍຈັບຕາການຫຼຸດຕ່ຳກວ່າ 0.6195

ເຖິງແມ່ນວ່າ 20-DMA ຈະກະຕຸ້ນການຟື້ນຕົວຫຼ້າສຸດຂອງຄູ່ເງິນ NZDUSD ແຕ່ການຂາດທຶນປະຈຳອາທິດຄັ້ງທຳອິດໃນຮອບ 3 ອາທິດ ພ້ອມກັບການອ່ອນຕົວຂອງ RSI ຍັງຊ່ວຍຫຼໍ່ລ້ຽງຄວາມຫວັງຂອງຝ່າຍຂາຍ.

ມື້ນີ້
ຝ່າຍຂາຍ USDCAD ເລັງທົດສອບ 100-DMA ພາຍໃນຊ່ອງແນວໂນ້ມຂາຂຶ້ນທີ່ກໍ່ຕົວມາ 10 ເດືອນ

USDCAD ປັບຕົວລົງຕໍ່ຈາກຈຸດສູງສຸດໃນຮອບ 3 ອາທິດໃນຕົ້ນອາທິດ ພາຍໃນຊ່ອງແນວໂນ້ມຂາຂຶ້ນທີ່ກໍ່ຕົວມາຕັ້ງແຕ່ທ້າຍເດືອນຕຸລາ 2021.

ມື້ນີ້
ຝ່າຍຊື້ຄຳກຽມຮັບມືລະດັບ $1,840 ກ່ອນການປະກາດ CPI ສະຫະລັດ

ລາຄາຄຳຍັງແຂງແຮງໃກ້ຈຸດສູງສຸດຮອບ 1 ເດືອນ ແລະຍັງຢືນຢູ່ເໜືອບໍລິເວນທີ່ເສັ້ນ 50-DMA ຕັດກັບເສັ້ນແນວໂນ້ມຂາລົງທີ່ມີອາຍຸ 5 ເດືອນ ແຖວ $1,787-1,788 ໄດ້ຢ່າງໝັ້ນຄົງ.

ມື້ນີ້
EURUSD ຕ້ອງຜ່ານດ່ານຕ້ານ 1.0360 ເພື່ອສ້າງຄວາມໝັ້ນໃຈໃຫ້ຝ່າຍຊື້

ເງິນເຟີ້ສະຫະລັດຊ່ວຍໃຫ້ EURUSD ຂະຫຍາຍແນວໂນ້ມຂາຂຶ້ນຕໍ່ເນື່ອງ 3 ມື້ ເພື່ອທົດສອບຈຸດສູງສຸດປະຈຳເດືອນອີກຄັ້ງ ໂດຍຍັງທະລຸເສັ້ນແນວຕ້ານທີ່ລາດລົງຈາກທ້າຍເດືອນມີນາ.

ມື້ນີ້
ຝ່າຍຊື້ GBPUSD ຖອຍອອກຈາກແນວຕ້ານສຳຄັນກ່ອນການປະກາດ GDP ຂອງອັງກິດ

GBPUSD ຖອຍລົງຈາກເສັ້ນແນວໂນ້ມຂາລົງທີ່ເລີ່ມມາໄດ້ 11 ອາທິດ ໃນຂະນະທີ່ນັກຊື້ຂາຍລໍຖ້າຕົວເລກປະເມີນຂັ້ນຕົ້ນຂອງ GDP ອັງກິດໄຕມາດ 2 ປີ 2022.

ມື້ນີ້
USDJPY ມີພື້ນທີ່ປັບຂຶ້ນຈຳກັດ ຫຼັງຈາກດີດກັບ

USDJPYດີດຕົວຂຶ້ນຈາກເຂດແນວຮັບແນວນອນ 131.25-50 ເຖິງແມ່ນວ່າຈະພະຍາຍາມຫຼາຍຄັ້ງແຕ່ບໍ່ສາມາດຂ້າມ 50-DMA ໄດ້ ແລະຍັງມີເສັ້ນແນວຕ້ານປະຈຳເດືອນອີກດ້ວຍ.

ມື້ນີ້
EURUSD ກຽມປັບລົງ 100 pip ຫຼັງຫຼຸດຕ່ຳກວ່າແນວຮັບ 1.0200

EURUSDເລີ່ມຕົ້ນສັບດາທີ່ສຳຄັນດ້ວຍການຫຼຸດຕ່ຳກວ່າແນວຮັບສຳຄັນທີ່ບັນຈົບກັນຢູ່ບໍລິເວນ 1.0200 ເຊິ່ງປະກອບມີ 100-SMA, 200-SMA ແລະເສັ້ນແນວໂນ້ມຂາຂຶ້ນທີ່ເລີ່ມເກີດຂຶ້ນມາໄດ້ 1 ເດືອນ.

ມື້ນີ້
ຝ່າຍຂາຍຄຳກຳລັງຕໍ່ສູ້ຢູ່ກັບ EMA ສຳຄັນກ່ອນການເຜີຍແຜ່ບົດລາຍງານການປະຊຸມ FOMC

ລາຄາຄຳກຳລັງພັກຖານຫຼັງແນວໂນ້ມຂາຂຶ້ນໃນ 4 ອາທິດກ່ອນໜ້າ ໂດຍຖອຍລົງຈາກລະດັບ Fibonacci retracement 61.8% ຂອງການເຄື່ອນໄຫວໃນຊ່ວງເດືອນມິຖຸນາ-ກໍລະກົດ ນັບຕັ້ງແຕ່ວັນຈັນ.