Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?

ຊອບແວຊື້ຂາຍອັດຕະໂນມັດທີ່ດີທີ່ສຸດສຳລັບຜູ້ເລີ່ມຕົ້ນໃນປີ 2021

ຊອບແວຊື້ຂາຍອັດຕະໂນມັດຊ່ວຍຫຼຸດຄວາມສ່ຽງໃນການຊື້ຂາຍ. ຜູ້ໃຊ້ສາມາດຊື້ຂາຍໄດ້ໂດຍບໍ່ມີຄວາມສັບສົນທາງຈິດໃຈຫຼືອາລົມ. ແພລດຟອມຂັ້ນສູງຊ່ວຍບໍ່ໃຫ້ຜູ້ເລີ່ມຕົ້ນຕົກເປັນເຫຍື່ອຂອງອາລົມຕົນເອງ ເຊິ່ງມັກນຳໄປສູ່ການຂາດທຶນຈຳນວນຫຼາຍ.

ຄອມພິວເຕີແລະລະບົບອັດຕະໂນມັດນຳຄວາມສາມາດຂອງການຮຽນຮູ້ຂອງເຄື່ອງຈັກແລະການຕັດສິນໃຈຢ່າງຮອບຄອບມາໃຊ້ ໂດຍຄຳນຶງເຖິງປັດໄຈທາງການເງິນສະເພາະ. ສິ່ງທີ່ທ່ານຕ້ອງເຮັດມີພຽງຕັ້ງຄ່າຊອບແວຊື້ຂາຍອັດຕະໂນມັດ, ຈັດສັນເງິນທຶນ ແລະເປີດຫຼືປິດສະຖານະດ້ວຍຕົນເອງ. ແພລດຟອມຊື້ຂາຍຂັ້ນສູງຈະຈັດການສ່ວນທີ່ເຫຼືອ ໂດຍເລີ່ມຈາກການວິເຄາະໄປຈົນເຖິງການຊອກຫາໂອກາດຂາຍຫຼືຊື້ທີ່ດີທີ່ສຸດ ໂດຍອີງໃສ່ປັດໄຈພື້ນຖານ ແລະການວິເຄາະທາງເຕັກນິກ, ຕົວຊີ້ວັດ ແລະເຄື່ອງມືສຳຄັນອື່ນໆ.

None

ມື້ນີ້ ພວກເຮົາຈະມາເບິ່ງຂໍ້ດີແລະຂໍ້ເສຍຫຼັກໆຂອງການໃຊ້ຊອບແວຊື້ຂາຍອັດຕະໂນມັດທີ່ດີທີ່ສຸດ ພ້ອມທັງ 3 ທາງເລືອກຊັ້ນນຳທີ່ມີໃນຕະຫຼາດໃນປັດຈຸບັນ.

ອະທິບາຍຊອບແວການຊື້ຂາຍອັດຕະໂນມັດສຳລັບຜູ້ເລີ່ມຕົ້ນ

ຊອບແວການຊື້ຂາຍໃຊ້ອັລກໍຣິທຶມສະເພາະ ເພື່ອຕິດຕາມແລະວິເຄາະສະພາບຕ່າງໆຂອງຕະຫຼາດ. ຕົວຢ່າງເຊັ່ນ ນັກຊື້ຂາຍຮຸ້ນສາມາດປັບຕັ້ງຄ່າຊອບແວຕາມຄວາມມັກແລະຄວາມຕ້ອງການ ເຊັ່ນ ກຳນົດລາຄາຮຸ້ນສູງສຸດ. ນອກຈາກນີ້ ຜູ້ໃຊ້ຍັງສາມາດກຳນົດຈຸດເຂົ້າແລະຈຸດອອກໂດຍໃຊ້ຊອບແວ ເພື່ອໃຫ້ຄອມພິວເຕີຈັດການດ້ານຄວາມສ່ຽງ.

ເມື່ອຕັ້ງຄ່າແລ້ວ ຊອບແວຈະກວດສອບຂໍ້ສະເໜີທັງໝົດທີ່ມີ ແລະເລືອກຂໍ້ສະເໜີທີ່ກົງກັບເກນທີ່ກຳນົດ. ນອກຈາກນັ້ນ ແພລດຟອມຍັງສາມາດດຳເນີນການຊື້ຂາຍຕາມພາຣາມິເຕີທີ່ນັກຊື້ຂາຍກຳນົດໄວ້ໄດ້.

ໃນຂະນະທີ່ຄົນບໍ່ສາມາດຕິດຕາມຮຸ້ນທຸກຕົວແລະຂໍ້ສະເໜີທີ່ອາດສ້າງກຳໄລໄດ້ທັງໝົດໃນຕະຫຼາດ ຊອບແວອັດຕະໂນມັດກໍມີຂໍ້ດີທີ່ເຫັນໄດ້ຊັດ ເຊິ່ງຊ່ວຍໃຫ້ກວດສອບສິນຊັບແລະສະພາບຕະຫຼາດໄດ້ຫຼາຍຂຶ້ນໃນເວລາດຽວກັນ. ນອກຈາກນັ້ນ ອັລກໍຣິທຶມຂັ້ນສູງຍັງຊ່ວຍໃຫ້ດຳເນີນການຊື້ຂາຍໄດ້ພາຍໃນວິນາທີ ແລະລະບຸແນວໂນ້ມຫຼືການກັບທິດຂອງລາຄາໄດ້ໂດຍອັດຕະໂນມັດ

ໃນຂະນະດຽວກັນ ຊອບແວນີ້ກໍມີຂໍ້ຈຳກັດຫຼາຍ ເພາະສາມາດໃຊ້ໄດ້ພຽງແຕ່ພາຍໃຕ້ສະພາບຕະຫຼາດສະເພາະເທົ່ານັ້ນ. ທ່ານບໍ່ຄວນຄິດວ່າຊອບແວນີ້ເປັນເຄື່ອງມືສາລະພັດທີ່ຈະເຮັດທຸກຢ່າງແທນທ່ານ ເໝືອນກັບ copy trading ທີ່ທ່ານບໍ່ຕ້ອງເຮັດຫຍັງ ນອກຈາກຄັດລອກການຊື້ຂາຍຂອງນັກຊື້ຂາຍມືອາຊີບ. ບາງຄັ້ງຜູ້ໃຊ້ປັບແຕ່ງຊອບແວຫຼາຍເກີນໄປ ຈົນເຮັດໃຫ້ຊອບແວບໍ່ສາມາດຮອງຮັບສະພາບຕະຫຼາດຈິງໄດ້.

ຂໍ້ດີຂອງຊອບແວການຊື້ຂາຍອັດຕະໂນມັດ

ເທັກໂນໂລຊີຂັ້ນສູງມີຂໍ້ດີຫຼາຍຢ່າງ ທີ່ອາດເປັນປະໂຫຍດຕໍ່ນັກຊື້ຂາຍ. ຫາກທ່ານເລືອກໃຊ້ຊອບແວການຊື້ຂາຍທີ່ມີໃຫ້ເລືອກ ທ່ານອາດພິຈາລະນາຂໍ້ດີຕໍ່ໄປນີ້:

  • ດຳເນີນການຊື້ຂາຍໄດ້ພາຍໃນວິນາທີ.
  • ສາມາດປັບແຕ່ງພາຣາມິເຕີການຊື້ຂາຍໄດ້.
  • ຄຳສັ່ງຊື້ຂາຍທີ່ກົງກັບການຕັ້ງຄ່າທີ່ຕ້ອງການ.
  • ຫຼຸດຄ່າໃຊ້ຈ່າຍໃນການເຮັດທຸລະກຳ.

ຂໍ້ເສຍຂອງຊອບແວການຊື້ຂາຍອັດຕະໂນມັດ

ຕະຫຼາດການເງິນບໍ່ໄດ້ເປັນໂລກທີ່ສົມບູນແບບ. ດັ່ງນັ້ນຈຶ່ງອາດເກີດຂໍ້ຂັດຂ້ອງແລະຂໍ້ຜິດພາດຂອງຊອບແວໄດ້ ໂດຍສະເພາະເມື່ອຜູ້ໃຊ້ປັບແຕ່ງຊອບແວຫຼາຍເກີນໄປ. ກ່ອນເລືອກໃຊ້ ທ່ານຄວນພິຈາລະນາຂໍ້ບົກພ່ອງຕໍ່ໄປນີ້:

  • ຂາດການຄວບຄຸມການຊື້ຂາຍແລະການຕິດຕາມ.
  • ເຖິງແມ່ນວ່າການທົດສອບກັບຂໍ້ມູນໃນອະດີດອາດຊ່ວຍໃຫ້ທ່ານຄິດຄົ້ນກົນລະຍຸດທີ່ໄດ້ຜົນ ແຕ່ກົນລະຍຸດເຫຼົ່ານັ້ນອາດລົ້ມເຫຼວເມື່ອນຳໄປໃຊ້ໃນສະພາບຕະຫຼາດຈິງ.
  • ແພລດຟອມບໍ່ຮັບປະກັນອັດຕາຄວາມສຳເລັດໃດໆ.
ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

ເຄັດລັບໃນການເລືອກຊອບແວການຊື້ຂາຍອັດຕະໂນມັດທີ່ດີທີ່ສຸດ

ການເລືອກແພລດຟອມທີ່ເຊື່ອຖືໄດ້ອາດເປັນເລື່ອງທ້າທາຍສຳລັບຜູ້ເລີ່ມຕົ້ນ. ແຕ່ທ່ານພຽງແຕ່ພິຈາລະນາປັດໄຈພື້ນຖານຫຼາຍຂໍ້ທີ່ລະບຸໄວ້ດ້ານລຸ່ມນີ້:

  1. ການເຂົ້າເຖິງຕະຫຼາດ. ຊອບແວຄວນສາມາດເຂົ້າເຖິງຕະຫຼາດທີ່ທ່ານຕ້ອງການ ເຊິ່ງມີສິນຊັບທີ່ທ່ານສົນໃຈຊື້ຂາຍ.
  2. ຄວາມລ່າຊ້າຕ່ຳ. ກວດໃຫ້ແນ່ໃຈວ່າອັລກໍຣິທຶມທີ່ເລືອກຊ່ວຍປົກປ້ອງເງິນລົງທຶນຂອງທ່ານໂດຍຫຼຸດຄວາມລ່າຊ້າ ເພາະບາງແພລດຟອມມີຄວາມລ່າຊ້າລະຫວ່າງການດຳເນີນທຸລະກຳສຳເລັດກັບການສະເໜີລາຄາເບື້ອງຕົ້ນ.
  3. ສ່ວນຕິດຕໍ່ທີ່ໃຊ້ງານງ່າຍແລະມີຟັງຊັນຄົບຖ້ວນ. ເຖິງແມ່ນວ່າໂປຣແກຣມການຊື້ຂາຍຈະເປັນ “ລະບົບອັດຕະໂນມັດ” ແຕ່ກໍຍັງຕ້ອງມີການຄວບຄຸມແລະຕັ້ງຄ່າ. ກະລຸນາຮຽນຮູ້ວິທີໃຊ້ທຸກຟີເຈີແລະເຄື່ອງມືທີ່ມີໃຫ້.
  4. ການເຂົ້າເຖິງການຂຽນໂປຣແກຣມ. ນັກຊື້ຂາຍທີ່ມີປະສົບການສາມາດປັບແຕ່ງຊອບແວແລະປ່ຽນແປງໃຫ້ເໝາະກັບກົນລະຍຸດການຊື້ຂາຍທີ່ຕົນເລືອກໃຊ້. ໃນກໍລະນີນີ້ ທ່ານຈະຕ້ອງຂຽນໂປຣແກຣມອັລກໍຣິທຶມເອງ. ດັ່ງນັ້ນ ກະລຸນາກວດສອບວ່າແພລດຟອມຮອງຮັບພາສາຂຽນໂປຣແກຣມທີ່ເປັນໄປຕາມມາດຕະຖານອຸດສາຫະກຳ.

ນອກຈາກນັ້ນ ຊອບແວການຊື້ຂາຍຄວນມີເຄື່ອງມື backtesting ຢ່າງພຽງພໍ.

ຊອບແວການຊື້ຂາຍອັດຕະໂນມັດ 3 ອັນດັບສຳລັບຜູ້ເລີ່ມຕົ້ນໃນປີ 2021

ຕໍ່ໄປ ມາເບິ່ງໂປຣແກຣມແລະຊອບແວການຊື້ຂາຍທີ່ໂດດເດັ່ນບາງລາຍການກັນ. ໃນນີ້ທ່ານຈະພົບກັບຊອບແວທີ່ຜ່ານການທົດສອບແລະພິສູດແລ້ວວ່າເຊື່ອຖືໄດ້ ແລະມີນັກຊື້ຂາຍຫຼາຍລ້ານຄົນໃຊ້ ບໍ່ວ່າຈະມີປະສົບການລະດັບໃດກໍຕາມ.

1. MetaTrader 4

ເປີດຕົວໃນປີ 2005, MT4 ແມ່ນແພລດຟອມຟຣີທີ່ໄດ້ຮັບຊື່ສຽງຢ່າງວ່ອງໄວວ່າເປັນຊອບແວຊື້ຂາຍ Forex ທີ່ດີທີ່ສຸດ. ແພລດຟອມນີ້ໃຊ້ພາສາຂຽນໂປຣແກຣມ MQL4 ແລະ MQL5 ເຮັດໃຫ້ຜູ້ໃຊ້ສາມາດສ້າງອັລກໍຣິທຶມທີ່ປັບແຕ່ງໄດ້ (ຂັ້ນຕອນນີ້ຄ້າຍກັບການຂຽນໂຄດດ້ວຍພາສາ C).

ຈຸດເດັ່ນທີ່ສຳຄັນຢ່າງໜຶ່ງຂອງແພລດຟອມນີ້ແມ່ນການເຂົ້າເຖິງຄູ່ມືຜູ້ຊ່ຽວຊານທີ່ຄົບຖ້ວນໄດ້ຢ່າງເຕັມທີ່. ເນື້ອໃນລວມມີຍຸດທະສາດການຊື້ຂາຍອັດຕະໂນມັດ ຫຼືຫຸ່ນຍົນ ທີ່ອອກແບບມາສຳລັບທັງຜູ້ເລີ່ມຕົ້ນແລະຜູ້ມີປະສົບການ. ນອກຈາກນັ້ນ ເວີຊັນພື້ນຖານຍັງມີຊຸດ ຕົວຊີ້ວັດທາງເຕັກນິກ ແລະເຄື່ອງມືຕ່າງໆທີ່ສາມາດອັບເດດດ້ວຍຕົນເອງໄດ້. ນອກຈາກນີ້ ຜູ້ເລີ່ມຕົ້ນກໍສາມາດໃຊ້ MT4 ໄດ້ງ່າຍ ເພາະມີວິດີໂອການຮຽນຮູ້, ເວທີສົນທະນາ, ບົດຄວາມ ແລະເນື້ອຫາອື່ນໆຫຼາຍຮ້ອຍລາຍການໃຫ້ເຂົ້າເຖິງຟຣີທາງອິນເຕີເນັດ.

2. Interactive Brokers

ແພລດຟອມການຊື້ຂາຍທີ່ໃຊ້ງານທົ່ວໂລກນີ້ ມີນັກຊື້ຂາຍຈາກຫຼາຍກວ່າ 30 ປະເທດທົ່ວໂລກໃຊ້ຢູ່ໃນປັດຈຸບັນ. ຜູ້ໃຊ້ສາມາດເຂົ້າເຖິງເນື້ອຫາການຮຽນຮູ້ແລະກົນລະຍຸດທີ່ມີໃຫ້ເລືອກຫຼາກຫຼາຍໃນສ່ວນ Traders University. ນອກຈາກນີ້ ລະບົບຍັງມີໂຊລູຊັນ API ສະເພາະຂອງຕົນ ເຊິ່ງຊ່ວຍໃຫ້ຜູ້ໃຊ້ທີ່ມີປະສົບການສາມາດເຊື່ອມຕໍ່ກັບເຄື່ອງມືການຊື້ຂາຍອື່ນໆໄດ້. ຂໍ້ເສຍຫຼັກຄື ແພລດຟອມນີ້ອາດບໍ່ເໝາະກັບຜູ້ເລີ່ມຕົ້ນ.

3. Zen Trading Strategies

ຜູ້ໃຊ້ສາມາດທົດສອບກົນລະຍຸດການຊື້ຂາຍລະດັບພຣີມຽມຜ່ານ Zen. ແພລດຟອມນີ້ຊ່ວຍໃຫ້ທ່ານລອງແນວຄິດແລະເຕັກນິກການຊື້ຂາຍຕ່າງໆໄດ້. ທ່ານສາມາດກຳນົດ Stop Loss ແລະເລືອກໃຊ້ຟິວເຕີຕ່າງໆເພື່ອຕັ້ງຄ່າໂປຣແກຣມ. ແຕ່ທ່ານຈະໃຊ້ງານຟຣີໄດ້ພຽງ 1 ອາທິດເທົ່ານັ້ນ. ຫຼັງຈາກນັ້ນ ສະຖິຕິແລະເຄື່ອງມືວັດຜົນການເຮັດວຽກທັງໝົດຈະໃຊ້ໄດ້ໂດຍມີຄ່າໃຊ້ຈ່າຍເທົ່ານັ້ນ.

ເອກະສານນີ້ບໍ່ມີ ແລະບໍ່ຄວນຖືກຕີຄວາມວ່າມີ ຄຳແນະນຳການລົງທຶນ, ຄຳແນະນຳການລົງທຶນສະເພາະ, ການສະເໜີ ຫຼືການຊັກຊວນໃຫ້ເຮັດທຸລະກຳໃດໆໃນເຄື່ອງມືທາງການເງິນ. ກ່ອນຕັດສິນໃຈລົງທຶນ ທ່ານຄວນຂໍຄຳແນະນຳຈາກທີ່ປຶກສາການເງິນອິດສະຫຼະ ເພື່ອໃຫ້ແນ່ໃຈວ່າທ່ານເຂົ້າໃຈຄວາມສ່ຽງ.