Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.
ທິດສະດີ Dow ເປັນພຽງໜຶ່ງໃນເຄື່ອງມືບໍ່ກີ່ຢ່າງທີ່ນັກຊື້ຂາຍໃນປັດຈຸບັນສາມາດນຳໃຊ້ໃນການ ວິເຄາະທາງເຕັກນິກ. ເມື່ອນຳມາໃຊ້ຄຽງຄູ່ກັບກຣາຟແລະແຜນພູມ ມັນຈະຊ່ວຍສ້າງພື້ນຖານທີ່ມີປະສິດທິພາບ ເພື່ອເກັບກຳຂໍ້ມູນທີ່ຈຳເປັນກ່ຽວກັບລາຄາແລະການເຄື່ອນໄຫວຂອງຕະຫຼາດ.

ເຖິງແມ່ນວ່າວິທີການຕັດສິນໃຈຂອງນັກຊື້ຂາຍທາງເຕັກນິກຈະປ່ຽນແປງໄປ ແຕ່ແນວຄິດດັ້ງເດີມບາງຢ່າງທີ່ຖືກນຳສະເໜີເມື່ອຫຼາຍສິບປີກ່ອນ ກໍຍັງມີປະໂຫຍດຢູ່. ທິດສະດີ Dow ກໍເປັນໜຶ່ງໃນນັ້ນຢ່າງແນ່ນອນ. ໃນບົດຄວາມນີ້ ພວກເຮົາຈະສົນທະນາຫຼັກການສຳຄັນບາງຂໍ້ຂອງທິດສະດີ ພ້ອມທັງວິທີນຳໃຊ້ທິດສະດີ Dow ໃນການຊື້ຂາຍ.
ທິດສະດີນີ້ຕັ້ງຊື່ຕາມຜູ້ກໍ່ຕັ້ງ Charles Dow ເຊິ່ງເຊື່ອກັນວ່າໄດ້ນຳສະເໜີແນວຄິດນີ້ໃນປີ 1900 ໃນຂະນະທີ່ຂຽນບົດບັນນາທິການແລະເອກະສານການສຶກສາອື່ນໆ. ແຕ່ທ່ານ Dow ເສຍຊີວິດກ່ອນຈະຂຽນຜົນງານຂອງທ່ານສຳເລັດ ແລະຕໍ່ມາ Robert Rhea ໄດ້ພັດທະນາທິດສະດີນີ້ຕໍ່ ແລະນຳສະເໜີຕໍ່ສາທາລະນະໃນປີ 1932.
ດັ່ງນັ້ນ ທິດສະດີ Dow ແມ່ນຫຍັງ ແລະເຮັດວຽກແນວໃດ? ແນວຄິດນີ້ສະແດງໃຫ້ນັກລົງທຶນເຫັນວິທີນຳໃຊ້ຕະຫຼາດຫຸ້ນເພື່ອເກັບກຳຂໍ້ມູນສະເພາະ ຕົວຢ່າງເຊັ່ນ ສະພາບຂອງສະພາບແວດລ້ອມທາງທຸລະກິດ. ທິດສະດີ Dow ເປັນຜົນງານຊິ້ນທຳອິດທີ່ອະທິບາຍວ່າຕະຫຼາດເຄື່ອນໄຫວເປັນແນວໂນ້ມ. ເຖິງແມ່ນຈະຜ່ານມາຫຼາຍສິບປີແລ້ວນັບຕັ້ງແຕ່ທິດສະດີນີ້ຖືກນຳສະເໜີ ແຕ່ຫຼັກການບາງຂໍ້ຂອງມັນກໍຍັງໃຊ້ໄດ້ດີ:
ຫຼັກການນີ້ເຂົ້າໃຈງ່າຍ. ລະບຸວ່າຂ່າວສານແລະຂໍ້ມູນທັງໝົດໄດ້ສະທ້ອນຢູ່ໃນຕະຫຼາດຫຸ້ນແລ້ວ. ສິ່ງທີ່ທ່ານຕ້ອງເຮັດກໍຄືສັງເກດໃຫ້ເຫັນ. ດັດຊະນີແລະລາຄາຫຸ້ນສະແດງຂໍ້ມູນຫຼາຍດ້ານ ເຊັ່ນ ປະກາດລາຍໄດ້ຂອງບໍລິສັດ, ອັດຕາເງິນເຟີ້ທີ່ເພີ່ມຂຶ້ນຫຼືຫຼຸດລົງ, ທັດສະນະຂອງນັກລົງທຶນ ແລະອື່ນໆ.



ເນື່ອງຈາກຕະຫຼາດເຄື່ອນໄຫວເປັນແນວໂນ້ມ ພວກເຮົາຈຶ່ງຕ້ອງຈຳແນກແນວໂນ້ມເຫຼົ່ານັ້ນ:
ຕາມທິດສະດີ Dow ແນວໂນ້ມທຸກຢ່າງມີ 3 ໄລຍະ ດັ່ງນີ້:
ທິດສະດີລະບຸວ່າດັດຊະນີທັງໝົດຢືນຢັນເຊິ່ງກັນແລະກັນ ແລະສະທ້ອນຄວາມເຫັນດຽວກັນ. ຫາກດັດຊະນີໜຶ່ງປັບຕົວຂຶ້ນ (ຕົວຢ່າງ: Sensex) ດັດຊະນີອື່ນໆກໍຄວນເຄື່ອນໄປໃນທິດທາງດຽວກັນ.
ປະລິມານການຊື້ຂາຍຄວນສະໜັບສະໜູນທິດທາງຂອງຕະຫຼາດຫຸ້ນ. ກົນໄກເປັນດັ່ງນີ້: ເມື່ອປະລິມານການຊື້ຂາຍເພີ່ມຂຶ້ນໃນຊ່ວງຂາຂຶ້ນ ລາຄາກໍຈະສູງຂຶ້ນ ແລະໃນທາງກັບກັນ.
ຈົ່ງຈື່ໄວ້ສະເໝີວ່າ ແນວໂນ້ມຈະດຳເນີນຕໍ່ໄປ ຈົນກວ່າທ່ານຈະເຫັນສັນຍານທີ່ຊັດເຈນວ່າມັນຈະຢຸດ. ອີກຢ່າງໜຶ່ງ ນັກລົງທຶນຄວນຫຼີກລ້ຽງສຽງລົບກວນໃນຕະຫຼາດ ແລະຕັດສິນໃຈໂດຍອີງໃສ່ການວິເຄາະຕະຫຼາດຢ່າງຮອບຄອບແລະເຈາະເລິກ.
ທິດສະດີ Dow ຖືກສ້າງຂຶ້ນມາຫຼາຍກວ່າໜຶ່ງສັດຕະວັດແລ້ວ. ແຕ່ທິດສະດີນີ້ຍັງຄົງໃຫ້ຂໍ້ມູນເຊີງເລິກທີ່ເປັນປະໂຫຍດແກ່ນັກລົງທຶນ ເພື່ອໃຫ້ສາມາດຕອບສະໜອງຕໍ່ການປ່ຽນແປງຫຼືການເຄື່ອນໄຫວຂອງຕະຫຼາດຫຸ້ນໄດ້ຢ່າງເໝາະສົມ. ການເຂົ້າໃຈທິດສະດີ Dow ຈະຊ່ວຍໃຫ້ທ່ານສັງເກດແລະສວຍໃຊ້ແນວໂນ້ມຕະຫຼາດໄດ້ໄວຂຶ້ນແລະແມ່ນຍຳຂຶ້ນ.
ເອກະສານນີ້ບໍ່ມີ ແລະບໍ່ຄວນຖືກຕີຄວາມວ່າມີ ຄຳແນະນຳການລົງທຶນ, ຄຳແນະນຳການລົງທຶນສະເພາະ, ການສະເໜີ ຫຼືການຊັກຊວນໃຫ້ເຮັດທຸລະກຳໃດໆໃນເຄື່ອງມືທາງການເງິນ. ກ່ອນຕັດສິນໃຈລົງທຶນ ທ່ານຄວນຂໍຄຳແນະນຳຈາກທີ່ປຶກສາການເງິນອິດສະຫຼະ ເພື່ອໃຫ້ແນ່ໃຈວ່າທ່ານເຂົ້າໃຈຄວາມສ່ຽງ.