Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ບໍ່ວ່າຈະເປັນການຂຶ້ນອັດຕາດອກເບ້ຍຢ່າງເຂັ້ມງວດຂອງ Fed ຫຼືການວິພາກວິຈານຈາກທົ່ວໂລກຕໍ່ແຜນລະດົມກໍາລັງທະຫານຂອງປະທານາທິບໍດີຣັດເຊຍ Vladimir Putin, ລວມທັງຄວາມກັງວົນກ່ຽວກັບຄວາມອ່ອນແອທາງເສດຖະກິດຂອງຈີນ, ທັງໝົດນີ້ລ້ວນສົ່ງເສີມບັນຍາກາດຫຼີກລ່ຽງຄວາມສ່ຽງໃນຊ່ວງທ້າຍວັນພຸດ. ຄວາມຮູ້ສຶກທາງຕະຫຼາດທີ່ເປັນລົບຍັງສືບຕໍ່ໃນຊ່ວງຕົ້ນວັນພະຫັດ ຂະນະທີ່ທະນາຄານກາງອີກຫຼາຍແຫ່ງກຽມຕໍ່ສູ້ກັບພາວະເງິນເຟີ້.
ແນວໃດກໍຕາມ ການຂາດປັດໃຈເສດຖະກິດມະຫາພາກທີ່ສ້າງຄວາມແປກໃຈຄັ້ງໃຫຍ່ ກໍເຮັດໃຫ້ນັກຊື້ຂາຍຫັນມາປະເມີນການຂາດທຶນຂອງມື້ກ່ອນໃນສິນຊັບບາງປະເພດ.
ເຖິງແນວນັ້ນ ເງິນໂດລາສະຫະລັດຍັງແຂງຄ່າຂຶ້ນຫຼັງຈາກແຕະລະດັບສູງສຸດໃໝ່ໃນຮອບ 2 ທົດສະວັດ ຂະນະທີ່ລາຄາຄໍາຫຼຸດລົງ. ນອກນັ້ນ ນ້ຳມັນດິບຢຸດການປັບຕົວລົງຕໍ່ເນື່ອງ 3 ມື້ ໂດຍບວກຂຶ້ນເລັກນ້ອຍທ່າມກາງຄວາມກັງວົນດ້ານອຸປະທານ.
USDJPY ປັບຂຶ້ນຫຼາຍທີ່ສຸດໃນບັນດາຄູ່ສະກຸນເງິນຫຼັກ ຂະນະທີ່ EURUSD ຢູ່ອີກດ້ານໜຶ່ງ.
ຄູ່ສະກຸນເງິນຄຣິບໂຕກໍຍັງຢູ່ໃກ້ລະດັບຕໍ່າສຸດປະຈໍາເດືອນ ຂະນະທີ່ນັກຊື້ຂາຍລໍຖ້າຄວາມຊັດເຈນເພີ່ມຕື່ມກ່ຽວກັບກົດລະບຽບແລະການປ່ຽນຜ່ານທາງເສດຖະກິດ.
ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:



ທະນາຄານກາງສະຫະລັດປັບຂຶ້ນອັດຕາດອກເບ້ຍ 75 ຈຸດພື້ນຖານ ຕາມທີ່ຕະຫຼາດຄາດການໄວ້ ເຊັ່ນດຽວກັບທະນາຄານກາງສະວິດ (SNB). ສ່ວນທະນາຄານກາງຍີ່ປຸ່ນ (BOJ) ກັບດຳເນີນສວນກະແສທ່າທີເຂັ້ມງວດ ໂດຍຄົງນະໂຍບາຍການເງິນໄວ້ຕາມເດີມ. ປະທານ Fed ທ່ານ Powell ສ້າງຄວາມປັ່ນປ່ວນໃຫ້ກັບທິດທາງຄວາມສ່ຽງຂອງຕະຫຼາດ ໂດຍສົ່ງສັນຍານວ່າອາດຈະມີຄວາມລຳບາກຕື່ມອີກໃນຂະນະທີ່ພະຍາຍາມຄວບຄຸມເງິນເຟີ້. ຂະນະດຽວກັນ ຣັດເຊຍບໍ່ມີທ່າທີຈະຖອຍ ເຖິງແມ່ນຈະມີການຄັດຄ້ານຢ່າງກວ້າງຂວາງຕໍ່ການສົ່ງກອງກຳລັງເພີ່ມເຕີມໄປປະຈຳການໃກ້ຢູເຄຣນ. ນອກຈາກນັ້ນ ການຟື້ນຕົວທາງເສດຖະກິດຂອງຈີນຍັງມີຄວາມບໍ່ແນ່ນອນ ແລະສ້າງແຮງກົດດັນຂາລົງເພີ່ມເຕີມຕໍ່ລາຄາສິນຄ້າໂພຄະພັນ ລວມທັງສະກຸນເງິນກຸ່ມ Antipodean.
GBPUSD ລົງໄປເຮັດຈຸດຕ່ຳສຸດໃໝ່ນັບຕັ້ງແຕ່ປີ 1985 ກ່ອນຈະຟື້ນຕົວຫຼ້າສຸດ ກ່ອນການປະກາດນະໂຍບາຍການເງິນຂອງທະນາຄານກາງອັງກິດ (BOE). USDCHF ຍັງຄົງແຂງຄ່າ ເນື່ອງຈາກ SNB ປັບອັດຕາຕາມທີ່ຕະຫຼາດສ່ວນໃຫຍ່ຄາດການໄວ້.
ຄວາມກັງວົນດ້ານພູມສາດການເມືອງຊ່ວຍພະຍຸງລາຄານ້ຳມັນໃຫ້ຢູ່ໃກ້ລະດັບຕ່ຳຫຼ້າສຸດ ແຕ່ຄວາມກັງວົນເລື່ອງພາວະເສດຖະກິດຖົດຖອຍຍັງກົດດັນລາຄາມາດຕະຖານພະລັງງານ.
ໃນຕະຫຼາດອື່ນ ຄວາມກົດດັນຈາກ SEC ທີ່ຄາດການໄວ້ ປະສານກັບການແຂງຄ່າໂດຍລວມຂອງເງິນໂດລາສະຫະລັດ ເຮັດໃຫ້ BTCUSD ແລະ ETHUSD ຖືກກົດດັນ ກ່ອນຈະເລີ່ມເຄື່ອນໄຫວຢູ່ໃນຊ່ວງແຄບຫຼ້າສຸດ ໃກ້ລະດັບຕ່ຳສຸດໃນຮອບ 3 ແລະ 2 ເດືອນຕາມລຳດັບ.
ຊື້ຢ່າງແຂງແຮງ: AUDUSD
⏬ 🔴 ສັນຍານຂາຍແຮງ: ETHUSD
ຊື້: ດັດຊະນີ USD, USDCAD, Nasdaq, USDJPY
⬇️ 🔴 ຂາຍ: DAX, FTSE 100, ຄຳ, BTCUSD
ເນື່ອງຈາກທະນາຄານກາງສ່ວນໃຫຍ່ກຽມຂຶ້ນອັດຕາດອກເບ້ຍເພື່ອຮັບມືກັບບັນຫາເງິນເຟີ້ ພ້ອມທັງກຽມຮັບມືກັບຄວາມຫຍຸ້ງຍາກທາງເສດຖະກິດທີ່ອາດເກີດຈາກມາດຕະການນີ້ ຕະຫຼາດໂລກມີແນວໂນ້ມຈະມີທັດສະນະໃນແງ່ລົບໃນຊ່ວງທີ່ເຫຼືອຂອງອາທິດ. ດັ່ງນັ້ນ ເງິນໂດລາສະຫະລັດອາດແຂງຄ່າຂຶ້ນຕື່ມ ແລະອາດກົດດັນລາຄາສິນຄ້າໂພຄະພັນ ແລະສະກຸນເງິນກຸ່ມ Antipodean. ແຕ່ຄວນສັງເກດວ່າ PMI ກໍອາດດຶງດູດຄວາມສົນໃຈຈາກຜູ້ຊື້ຂາຍໄດ້ເຊັ່ນກັນ.
ຮັບປະໂຫຍດຈາກແນວໂນ້ມຕະຫຼາດກັບ ໂບຣກເກີທີ່ດີທີ່ສຸດໃນພາກພື້ນອາຊີ-ປາຊີຟິກ. ພວກເຮົາມີເງື່ອນໄຂການຊື້ຂາຍທີ່ດີເລີດ, ບໍລິການ Copy Trade ຄຸນນະພາບສູງ ແລະໂຄງການແນະນຳລູກຄ້າ IB ທີ່ໄດ້ຮັບຫຼາຍລາງວັນ.
ຊື້ຂາຍຢ່າງມັ່ນໃຈ ແລະຮັບປະສົບການກັບເງື່ອນໄຂການຊື້ຂາຍທີ່ເໝາະສົມທີ່ສຸດຈາກ MTrading!
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!