ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

EURUSD ມີໂອກາດປິດບວກລາຍວັນເປັນຄັ້ງທຳອິດໃນຮອບ 5 ມື້ ຈາກຄວາມເຊື່ອໝັ້ນທີ່ແຂງຂຶ້ນ ແລະເງິນໂດລາສະຫະລັດທີ່ອ່ອນຄ່າ

EURUSD ມີໂອກາດປິດບວກລາຍວັນເປັນຄັ້ງທຳອິດໃນຮອບ 5 ມື້ ຈາກຄວາມເຊື່ອໝັ້ນທີ່ແຂງຂຶ້ນ ແລະເງິນໂດລາສະຫະລັດທີ່ອ່ອນຄ່າ

ຄວາມສ່ຽງໃນຕະຫຼາດຫຼຸດລົງໃນວັນພະຫັດ, ເຮັດໃຫ້ຕະຫຼາດ ລວມທັງຄູ່ເງິນ EURUSD ສາມາດປັບຖານຫຼັງຈາກການເຄື່ອນໄຫວກ່ອນໜ້າ ໃນຂະນະທີ່ການຊື້ຂາຍໃນຊ່ວງຕົ້ນມື້ຍັງຊົບເຊົາ. 

ການທົບທວນຄຳຖະແຫຼງຂອງ Fed ທີ່ມີທ່າທີເຂັ້ມງວດຕໍ່ເງິນເຟີ້ ແລະຄວາມເຊື່ອໝັ້ນຕໍ່ການເຕີບໂຕ ລວມກັບຂ່າວທີ່ເກີ່ຍວຂ້ອງກັບຈີນ ຊ່ວຍໜູນຄວາມຮູ້ສຶກຕະຫຼາດໃຫ້ແຂງແຮງຂຶ້ນ ແລະກົດດັນເງິນໂດລາສະຫະລັດ ທ່າມກາງອັດຕາຜົນຕອບແທນພັນທະບັດ Treasury ທີ່ຫຼຸດລົງ.

ຄວນສັງເກດວ່າ ສາຍສຳພັນອັນແໜ້ນແຟ້ນຂອງອົດສະຕຣາລີກັບຈີນ ຊ່ວຍໃຫ້ AUDUSD ເປັນຄູ່ເງິນທີ່ປັບຂຶ້ນນຳໜ້າໃນກຸ່ມ G10 ເມື່ອທຽບກັບ USD. ຂະນະດຽວກັນ EURUSD ກໍຍັງແຂງຄ່າຂຶ້ນ ເຖິງແມ່ນຂໍ້ມູນເງິນເຟີ້ຈາກເນເທີແລນແລະເຢຍລະມັນຈະອ່ອນລົງ.

ເຖິງຢ່າງນັ້ນ ຄວາມເຊື່ອໝັ້ນຂອງຕະຫຼາດຊ່ວຍໃຫ້ລາຄາຄຳປັບຂຶ້ນຕໍ່ເນື່ອງ 4 ມື້ ແຕ່ລາຄານ້ຳມັນດິບຍັງປະສົບຄວາມຫຍຸ້ງຍາກ ທ່າມກາງຄວາມຫວັງວ່າຈະເພີ່ມການຜະລິດ.

ຄວນສັງເກດວ່າ BTCUSD ແລະ ETHUSD ບໍ່ສາມາດຮັບປະໂຫຍດໄດ້ຈາກທັງຄວາມຮູ້ສຶກທີ່ເປັນບວກ ແລະການອ່ອນຄ່າລົງຂອງເງິນໂດລາສະຫະລັດ ທ່າມກາງຂ່າວຄວາມເຄື່ອນໄຫວໃນອຸດສາຫະກຳທີ່ບໍ່ສົດໃສ.

ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:

  • ນ້ຳມັນ Brent ຍັງຕໍ່ຍອດການປັບຂຶ້ນຕິດຕໍ່ກັນ 2 ມື້ໄດ້ຍາກ ໃກ້ລະດັບ $84.00.
  • ຄຳ ປັບຕົວຂຶ້ນເປັນມື້ທີສອງຕິດຕໍ່ກັນ ໂດຍເພີ່ມຂຶ້ນ 0.45% ຢູ່ໃກ້ $1,875 ໃນເວລາລາຍງານ.
  • ດັດຊະນີ USD ກັບທິດຈາກການຟື້ນຕົວໃນມື້ກ່ອນ ໂດຍຫຼຸດລົງມາຢູ່ທີ່ 103.20.
  • ວໍລສະຕຣີດ ປິດຕະຫຼາດດ້ວຍຜົນຂາດທຶນ ແຕ່ຕະຫຼາດຫຸ້ນໃນພູມິພາກອາຊີ-ປາຊີຟິກມີທັງຂຶ້ນແລະລົງ ຂະນະທີ່ຕະຫຼາດໃນເອີຣົບແລະອັງກິດປັບຂຶ້ນເລັກນ້ອຍ.
  • BTCUSD ແລະ ETHUSD ປັບຕົວຫຼຸດລົງເປັນມື້ທີ 2 ຕິດຕໍ່ກັນ ມາຢູ່ທີ່ $24,000 ແລະ $1,650 ໃນເວລາລາຍງານຂ່າວ.
ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

ບັນຍາກາດຕະຫຼາດເປັນແບບຮັບຄວາມສ່ຽງ

ເຖິງແມ່ນວ່ານັກກຳນົດນະໂຍບາຍການເງິນສ່ວນຫຼາຍປັບກັບຖ້ອຍຄຳທີ່ສູ້ຕໍ່ການຂຶ້ນດອກເບ້ຍຂອງຕົນອີກຄັ້ງ, ແຕ່ Tiff Macklem ຜູ້ວ່າການທະນາຄານກາງການຊື້ຂາຍຂອງການາດາ (BoC) ເປັນຂໍ້ຍົກເວ້ນ, ຄວາມກັງວົນຂອງພວກເຂົາກ່ຽວກັບການເຕີບໂຕທາງເສດຖະກິດກັບປະກົດວ່າຈະສົ່ງຜົນດີຕໍ່ທ່າທີຕໍ່ຄວາມສຽ່ງ. ຂ່າວຫັວຂໍ້ທີ່ຊີ້ວ່າຄວາມຕຶງຄຽດສະຫະລັດ-ຈີນກຳລັງຜ່ອນຄາຍ ແລະຄວາມຄາດຫວັງທີ່ຈີນຈະສະຫນັບສະຫນູນເສດຖະກິດເພີ່ມເຕີມ ອາດຊ່ວຍເສີມສ້າງຄວາມຄາດຫວັງທີ່ດີຂຶ້ນ. 

ໃນອີກປະເດັນໜຶ່ງ, ຄວາມບໍ່ແນ່ນອນກ່ຽວກັບຜູ້ນຳຄົນຕໍ່ໄປຂອງທະນາຄານກາງຍີ່ປຸ່ນ (BoJ) ແລະທັດສະນະຂອງລາວຕໍ່ນະໂຍບາຍການເງິນ ເຊິ່ງຄາດວ່າຈະເຂັ້ມງວດ ເບິ່ງຄືວ່າຊ່ວຍໜູນເງິນເຢນຍີ່ປຸ່ນ (JPY). ນອກຈາກນີ້, ຜົນຕອບແທນພັນທະບັດຄັງເງິນສະຫະລັດທີ່ອ່ອນຕົວກໍອາດຈະໜູນຄູ່ USDJPY.

ນອກຈາກນີ້ ຄູ່ EURUSD ບໍ່ສົນໃຈຕົວເລກເງິນເຟີ້ທີ່ຕ່ຳກວ່າຄາດຂອງເຢຍລະມັນ ແລະເນເທີແລນ ກ່ອນການຄາດຄະເນເສດຖະກິດສຳຄັນຂອງ EC. ສາເຫດຫຼັກແມ່ນຂ່າວລືຫຼ້າສຸດທີ່ຊີ້ວ່າ ທະວີບເກົ່າບໍ່ມີແນວໂນ້ມຈະເກີດພາວະເສດຖະກິດຖົດຖອຍ.

ຄຳໄດ້ຮັບປັດໄຈໜູນຈາກຂ່າວທີ່ກ່ຽວກັບຈີນ ເງິນໂດລາສະຫະລັດທີ່ອ່ອນຄ່າລົງ ແລະຄວາມຄາດຫວັງໃນແງ່ດີຕໍ່ການເຕີບໂຕໂດຍລວມ. ແຕ່ລາຄານ້ຳມັນດິບເຄື່ອນໄຫວໃກ້ລະດັບສູງສຸດຂອງອາທິດ ຫຼັງຈາກປະທານາທິບໍດີ Biden ຂອງສະຫະລັດເກີ່ນວ່າອາດຈະປ່ອຍນ້ຳມັນອອກມາ.

ຂ່າວທີ່ຊີ້ວ່າອາດມີການປິດກິດຈະການດ້ານຄຣິບໂຕເພີ່ມຂຶ້ນ ປະສົມກັບຄວາມກັງວົນທີ່ເພີ່ມຂຶ້ນວ່າ Bitcoin ແລະ Ethereum ຈະຖືກຄວບຄຸມເຂັ້ມງວດຂຶ້ນ ກົດດັນລາຄາ BTCUSD ແລະ ETHUSD ໃຫ້ອ່ອນຕົວ ແມ່ນແຕ່ຄວາມສ່ຽງໃນຕະຫຼາດຈະດີຂຶ້ນ ແລະເງິນໂດລາອ່ອນຄ່າລົງ.

  • ຊື້ຢ່າງແຂງແຮງ: USDJPY
  • ຂາຍຢ່າງແຂງແຮງ: ETHUSD, GBPUSD
  • ຊື້: USD Index, USDCAD, Nasdaq, EURUSD
  • ຂາຍ: DAX, FTSE 100, ຄຳ, BTCUSD, AUDUSD

ທະນາຄານກາງແລະຄາດຄະເນເສດຖະກິດຢູ່ໃນຈຸດສົນໃຈ

ຫຼັງຈາກໄດ້ເຫັນຂໍ້ມູນເງິນເຟີ້ທີ່ອ່ອນແອຈາກເຢຍລະມັນແລະເນເທີແລນແລ້ວ, ຜູ້ມີສ່ວນຮ່ວມໃນຕະຫຼາດກໍກຳລັງຕິດຕາມການຄາດຄະເນເສດຖະກິດລາຍໄຕມາດຈາກຄະນະກຳມາທິການເອີຣົບ ເພື່ອຫາທິດທາງທີ່ຊັດເຈນ. ອີກສິ່ງສຳຄັນຄືຄຳໃຫ້ການຂອງ Andrew Bailey ຜູ້ວ່າການທະນາຄານກາງອັງກິດ (BoE) ແລະຄຳກ່າວຂອງຜູ້ແທນທະນາຄານກາງອີກຫຼາຍຄົນ ເຊິ່ງອາດເຮັດໃຫ້ຕະຫຼາດເຄື່ອນໄຫວລະດັບປານກາງ ກ່ອນວັນສຸກທີ່ມີກຳນົດການໜາແໜ້ນ.

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!