Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ຄວາມຂັດແຍ້ງລະຫວ່າງຣັດເຊຍ-ຢູເຄຣນ ເຮັດໃຫ້ລາຄານ້ຳມັນ, ຄຳ, NGAS ແລະ ສິນຊັບຫຼັກອື່ນໆຜັນຜວນຢ່າງຫຼາຍ

ຄວາມຂັດແຍ້ງລະຫວ່າງຣັດເຊຍ-ຢູເຄຣນ ເຮັດໃຫ້ລາຄານ້ຳມັນ, ຄຳ, NGAS ແລະ ສິນຊັບຫຼັກອື່ນໆຜັນຜວນຢ່າງຫຼາຍ

ທົ່ວໂລກກຳລັງຈັບຕາເບິ່ງຄວາມຕຶງຄຽດທາງທະຫານໃນຢູເຄຣນຢ່າງໃກ້ຊິດ ເນື່ອງຈາກຣັດເຊຍໄດ້ເລີ່ມປະຕິບັດການທາງທະຫານພາຍໃນປະເທດນັ້ນແລ້ວ.

ອັງກິດ, ສະຫະລັດ ແລະ ຫຼາຍປະເທດໃຫຍ່ອື່ນໆ ຍັງໄດ້ອອກມາດຕະການຂວ້ຳບາດຣັດເຊຍຫຼາຍລາຍການ (ລວມທັງມາດຕະການຂວ້ຳບາດທາງການເງິນ). ພັດທະນາການທັງໝົດນີ້ຍ່ອມສົ່ງຜົນຢ່າງຫຼວງຫຼາຍຕໍ່ຕະຫຼາດການເງິນ. 

ລາຄາຄຳຈະຍັງປັບຕົວສູງຂຶ້ນຕໍ່ຫຼືບໍ່?

ລາຄາຄຳເພີ່ມຂຶ້ນຢ່າງຫຼາຍ ໂດຍໃນເບື້ອງຕົ້ນຢູ່ທີ່ປະມານ £1,411.70 ໃນວັນທີ 23 ກຸມພາ, ແລະ ຕອນນີ້ໄດ້ພຸ່ງຂຶ້ນສູງສຸດເຖິງ £1,470.00.

ສຳລັບທອງຄຳ ສັນຍາ ETF ກໍເພີ່ມຂຶ້ນຢ່າງຫຼາຍ ເມື່ອຄວາມສົນໃຈໃນການຊື້ໂລຫະມີຄ່ານີ້ເພີ່ມຂຶ້ນ.

ເມື່ອພິຈາລະນາເຫດຜົນທີ່ລາຄາທອງຄຳເພີ່ມຂຶ້ນຢ່າງວ່ອງໄວ ສິ່ງສຳຄັນທີ່ຄວນຈື່ໄວ້ຄື ລາຄາຂອງໂລຫະນີ້ຈະຍັງຜັນຜວນສູງ ໃນຂະນະທີ່ລັດຖະບານຕ່າງໆທົ່ວໂລກຍັງຄົງພະຍາຍາມຫາທາງອອກໃຫ້ກັບບັນຫານີ້.

ນ້ຳມັນ Brent ມີທ່າທາງດີ ແຕ່ຈະດີໄປອີກດົນປານໃດ?

ລາຄານ້ຳມັນ Brent ກໍເພີ່ມຂຶ້ນຢ່າງຫຼວງຫຼາຍ ໂດຍຊື້ຂາຍຢູ່ທີ່ 97.250 ໃນວັນທີ 23 ກຸມພາ ແລະຕອນນີ້ເພີ່ມຂຶ້ນເຖິງລະດັບສູງ 104.673.

ລາຄາ NGAS ພຸ່ງສູງຂຶ້ນ

ລາຄາກ໊າຊທຳມະຊາດພຸ່ງສູງຂຶ້ນຢ່າງຫຼວງຫຼາຍ ເຊິ່ງມີແນວໂນ້ມສູງວ່າເປັນຜົນມາຈາກນັກລົງທຶນກຳລັງພິຈາລະນາວ່າ ຣັດເຊຍຈະຢຸດ ຫຼືຫຼຸດການສະໜອງກ໊າຊໃຫ້ຢູໂຣບສ່ວນອື່ນໆລົງຢ່າງຫຼວງຫຼາຍຫຼືບໍ່.

ລາຄາເພີ່ມຈາກ 4.5875 ເປັນ 4.8888 ໃນໄລຍະ 24 ຊົ່ວໂມງຜ່ານມາ.

ຕະຫຼາດຄຣິບໂຕເຄີເຣນຊີທີ່ກຳລັງປັບຕົວລົງ

ໃນຕະຫຼາດອື່ນ BTC ປັບຕົວລົງຢ່າງຫຼວງຫຼາຍ ໂດຍມູນຄ່າຫຼຸດລົງປະມານ 3,000 ພາຍໃນມື້ດຽວ. ໃນຕອນທຳອິດຊື້ຂາຍຢູ່ປະມານ $38,884.08 ແຕ່ຕອນນີ້ ຫຼຸດລົງເຫຼືອ $35,183.06 (ເຖິງຢ່າງນັ້ນ ກໍເບິ່ງຄືວ່າມີສັນຍານທີ່ໜ້າສົ່ງເສີມວ່າລາຄາອາດດີດກັບຄືນ).

ETH ກໍປັບຕົວລົງໃນໄລຍະ 24 ຊົ່ວໂມງຜ່ານມາ. ໃນຕອນທຳອິດຊື້ຂາຍຢູ່ປະມານ 1,993.38 ແລ້ວລາຄາກໍຂຶ້ນຜ່ານ 2,000 USD ໄດ້ ແຕ່ກໍຢູ່ໄດ້ພຽງຊົ່ວຄາວ ແລະຄຣິບໂຕເຄີເຣນຊີຍອດນິຍົມນີ້ສູນເສຍມູນຄ່າໄປປະມານ 200 USD.

NASDAQ ຍັງຄົງມີແນວໂນ້ມຂາລົງ

NQ100 ຍັງຄົງປັບຕົວລົງຕໍ່ເນື່ອງໃນປີ 2022 ເຮັດໃຫ້ຫຼາຍຄົນຄາດຄະເນວ່າມັນຈະຟື້ນຕົວໄດ້ໃນໄຕມາດທຳອິດຂອງປີນີ້ຫຼືບໍ່. ໃນໄລຍະ 24 ຊົ່ວໂມງຜ່ານມາ ລາຄາຫຼຸດຈາກປະມານ 16800.0 ລົງໄປຕ່ຳສຸດທີ່ 13092.9.

ການຄາດຄະເນປັດຈຸບັນ

ຜູ້ຊ່ຽວຊານດ້ານການເງິນຫຼາຍຄົນຄາດວ່າ ລາຄາທອງຄຳອາດຈະ ທົດສອບລະດັບ $1935 ຕໍ່ອອນສ໌ທຣອຍ ຂະນະທີ່ລາຄາເງິນອາດຈະທົດສອບລະດັບ $25 ຕໍ່ອອນສ໌ທຣອຍເຊັ່ນກັນ. 

ນ້ຳມັນ Brent ອາດຈະທົດສອບລະດັບ 108.000 ໃນການຊື້ຂາຍມື້ນີ້ ຫຼືມື້ອື່ນ ແລະລາຄາກໍປັບຕົວສູງຂຶ້ນຢ່າງຕໍ່ເນື່ອງນັບຕັ້ງແຕ່ເດືອນທັນວາ 2021. 

ແຕ່ເນື່ອງຈາກສະຖານະການປັດຈຸບັນລະຫວ່າງຣັດເຊຍກັບຢູເຄຣນ ນັກຊື້ຂາຍຄວນລະມັດລະວັງ ເພາະລາຄາ Brent ມີແນວໂນ້ມຈະຜັນຜວນຢ່າງຫຼວງຫຼາຍໃນອາທິດໜ້າ.

ສຳລັບການຊື້ຂາຍຄຣິບໂຕເຄີເຣນຊີ ຍັງບໍ່ສາມາດຟັນທົງໄດ້ແນ່ນອນ ແຕ່ນັກຄາດການຫຼາຍຄົນຄາດວ່າ ETH ຈະຍັງຄົງເດີນໜ້າຕໍ່ ແລະກັບໄປແຕະລະດັບລາຄາທີ່ເຄີຍເຖິງກ່ອນໜ້ານີ້ ຂະນະທີ່ Bitcoin ຍັງຜັນຜວນສູງໃນປີ 2022.

ລາຄາ NGAS ມີແນວໂນ້ມສູງທີ່ຈະຍັງຄົງເພີ່ມຂຶ້ນ ຈົນກວ່າຄວາມຕຶງຄຽດທາງທະຫານໃນເຂດຢູເຄຣນຈະຢຸດລົງ. ໃນໄລຍະນີ້ ມີແນວໂນ້ມວ່າລາຄາຈະຍັງພຸ່ງສູງຕໍ່ໄປ.

ຈາກຜົນງານໃນປີນີ້ NQ100 ບໍ່ມີແນວໂນ້ມຈະຟື້ນຕົວໃນໄວໆນີ້. ນອກຈາກນີ້ ຄວາມຕຶງຄຽດທາງທະຫານທີ່ກຳລັງເກີດຂຶ້ນໃນຢູເຄຣນກໍອາດສົ່ງຜົນລົບຕໍ່ NQ100 ດັ່ງນັ້ນຈຶ່ງບໍ່ມີແນວໂນ້ມຈະຟື້ນຕົວ ຈົນກວ່າຈະມີພັດທະນາການໃນດ້ານບວກຫຼາຍຂຶ້ນໃນພື້ນທີ່ນັ້ນ.

- GOLD  £ 1,411.70 -> £1,470.00 (↑)

- DJI30 $ 33,680.97-> $ 33,131.76 (↓) 

- BRENT $ 97.250 -> $ 104.673 (↑)

- BTC $ 38,884.08 -> $35,183.06 (↓) 

- ETH $ 1,993.38 -> $ 1,759.40 (↓) 

ຊື້ຂາຍຢ່າງປອດໄພ ແລະເພີດເພີນກັບ ເງື່ອນໄຂການຊື້ຂາຍທີ່ດີທີ່ສຸດ ກັບ MTrading!

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!