ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ລາຄາຄຳສົ່ງສັນຍານວ່າອາດປັບຖອຍໃນມື້ປະກາດ NFP ຂອງສະຫະລັດ

ລາຄາຄຳສົ່ງສັນຍານວ່າອາດປັບຖອຍໃນມື້ປະກາດ NFP ຂອງສະຫະລັດ

ຫຼັງຈາກລາຄາຄຳຂຶ້ນເຮັດລະດັບສູງສຸດໃໝ່ໃນຮອບຫຼາຍເດືອນ ຈາກການປັບຂຶ້ນອັດຕາດອກເບ້ຍແບບຜ່ອນຄາຍຂອງທະນາຄານກາງສະຫະລັດ (Fed), ແຮງຊື້ຄຳເບິ່ງຄືວ່າກຳລັງອ່ອນລົງ ໃນຂະນະທີ່ຕະຫຼາດລໍຖ້າຂໍ້ມູນການຈ້າງງານນອກຂະແໜງກະສິກຳຂອງສະຫະລັດ (NFP). ນອກຈາກນັ້ນ ລາຄາຄູ່ນີ້ຍັງປິດລາຍວັນບໍ່ຜ່ານແນວຕ້ານທີ່ລາດຂຶ້ນ ນັບຈາກທ້າຍເດືອນມັງກອນ 2023 ຫຼາຍຄັ້ງ. ໃນເວລາທີ່ຂຽນ ແນວຕ້ານນີ້ຢູ່ໃກ້ລະດັບ $2,068 ແລະກຳລັງທ້າທາຍຝ່າຍຂາຍ XAUUSD. ສັນຍານ RSI ທີ່ຢູ່ໃນເຂດຊື້ຫຼາຍເກີນໄປຍັງເພີ່ມແຮງໃຫ້ກັບຄາດການວ່າລາຄາອາດຈະຖອຍລົງ. ແຕ່ລາຄາໂລຫະນີ້ຕ້ອງປິດລາຍວັນຕ່ຳກວ່າ $2,040 ຈຶ່ງຈະເປີດທາງໃຫ້ເກີດການຂາຍເພື່ອເກັບກຳໄລ. ໃນກໍລະນີນັ້ນ ລະດັບກົມ $2,000 ແລະລະດັບ Fibonacci retracement 23.6% ປະມານ $1,970 ອາດເປັນເປົ້າໝາຍໃກ້ສຸດ ກ່ອນເຖິງຈຸດສູງສຸດຂອງເດືອນກຸມພາ ປະມານ $1,960. ແນວໃດກໍຕາມ ລາຄາຄູ່ນີ້ມີໂອກາດບໍ່ຫຼາຍທີ່ຈະຫຼຸດຕ່ຳກວ່າ $1,960 ເນື່ອງຈາກລະດັບ Fibonacci retracement 38.2% ແລະ 200-EMA ຢູ່ໃກ້ $1,900 ແລະ $1,863 ຕາມລຳດັບ ເບິ່ງຄືວ່າເປັນດ່ານທີ່ຝ່າຍຂາຍຄຳຜ່ານໄດ້ຍາກ.

ຂະນະດຽວກັນ ການຊື້ຂາຍສິນຄ້າໂລຫະນີ້ທີ່ຢືນຢູ່ເໜືອ 2,040 ໂດລາຢ່າງຕໍ່ເນື່ອງ ອາດຊ່ວຍໃຫ້ລາຄາຄ່ອຍໆປັບສູງຂຶ້ນ ແລະທົດລອງທະລຸແນວຕ້ານທີ່ບໍລິເວນ 2,068 ໂດລາ ເຊິ່ງຢູ່ມາຫຼາຍມື້ອີກຄັ້ງ. ໃນກໍລະນີນັ້ນ ລະດັບສູງສຸດທີ່ເຄີຍເຮັດໄວ້ໃນປີ 2022 ແລະ 2020 ປະມານ 2,070 ແລະ 2,075 ໂດລາ ອາດເປັນຈຸດຢຸດຊົ່ວຄາວສຳລັບຜູ້ຊື້ຄຳ ກ່ອນທີ່ລາຄາຈະໄປເຖິງລະດັບກົມ 2,100 ໂດລາ.

ໂດຍລວມ ລາຄາຄຳຍັງມີແນວໂນ້ມຂາຂຶ້ນ ແຕ່ເບິ່ງຄືວ່າລາຄາອາດຈະປັບຕົວລົງໃນໄລຍະສັ້ນ ເມື່ອຂໍ້ມູນສຳຄັນຂອງສະຫະລັດໃກ້ຈະປະກາດ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.