Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ຝ່າຍຂາຍ EURUSD ກຽມຮັບມືກັບລະດັບ 0.9870 ໂດຍຈັບຕາເບິ່ງ Fed

ຝ່າຍຂາຍ EURUSD ກຽມຮັບມືກັບລະດັບ 0.9870 ໂດຍຈັບຕາເບິ່ງ Fed

EURUSD ຍັງຖືກກົດດັນໃກ້ຈຸດຕ່ຳສຸດໃນຮອບ 1 ອາທິດ ຂະນະທີ່ນັກຊື້ຂາຍກຽມຮັບຟັງຜົນຕັດສິນຂອງ Fed ເຊິ່ງຄາດວ່າຈະປັບຂຶ້ນອັດຕາດອກເບ້ຍ 0.75% ແລະ Powell ອາດສະແດງທ່າທີແຂງກອ້າວ. ນອກຈາກນັ້ນ ການຫຼຸດຕ່ຳກວ່າ 50-SMA ຢ່າງຊັດເຈນຂອງຄູ່ເງິນ ກຳລັງຊີ້ນຳລາຄາໄປຫາຈຸດຕ່ຳສຸດໃນຮອບຫຼາຍປີທີ່ບັນທຶກໄວ້ໃນຕົ້ນເດືອນ ປະມານ 0.9950. ເນື່ອງຈາກ RSI ໃກ້ເຂົ້າສູ່ເຂດຂາຍຫຼາຍເກີນໄປ ການທີ່ຄູ່ເງິນຈະປັບຕົວລົງຕ່ຳກວ່າ 0.9950 ຈຶ່ງເບິ່ງຄືຈະເກີດໄດ້ຍາກກວ່າ. ແນວໃດກໍຕາມ ຖ້າຝ່າຍຂາຍບໍ່ຍອມຖອຍຈາກລະດັບ 0.9950 ກໍອາດເປີດທາງໃຫ້ລາຄາປັບຕົວລົງຕໍ່ ໄປຫາ Fibonacci Expansion (FE) 61.8% ຂອງການເຄື່ອນໄຫວໃນຊ່ວງວັນທີ 27 ມິຖຸນາ ຫາ 21 ກໍລະກົດ ປະມານ 0.9870.

ໃນຂະນະດຽວກັນ ການຟື້ນຕົວຍັງບໍ່ເກີດຂຶ້ນ ຕາບໃດທີ່ລາຄາຢູ່ຕ່ຳກວ່າລະດັບ 50-SMA ປະມານ 1.0165. ຖັດຈາກນັ້ນ ຈຸດສູງສຸດຂອງອາທິດກ່ອນປະມານ 1.0275 ອາດດຶງດູດຄວາມສົນໃຈຈາກຜູ້ຊື້ EURUSD. ແຕ່ການມາບັນຈົບກັນຂອງ 200-SMA ກັບເສັ້ນຕ້ານທານທີ່ລາດລົງຈາກຕົ້ນເດືອນມິຖຸນາ ໃກ້ລະດັບ 1.0340 ອາດຈະເປັນດ່ານທ້າທາຍຝ່າຍຊື້. ນອກຈາກນີ້ ບໍລິເວນແນວນອນທີ່ຢູ່ມາໄດ້ 6 ອາທິດ ໃກ້ລະດັບ 1.0360-65 ກໍເປັນອີກດ່ານສຳຄັນທີ່ຂັດຂວາງການປັບຂຶ້ນ.

ໂດຍລວມແລ້ວ EURUSD ມີແນວໂນ້ມຈະປັບຕົວລົງຕໍ່ໄປ ເພື່ອທົດສອບຈຸດຕ່ຳສຸດໃໝ່ຂອງປີ. ແຕ່ທັງໝົດຂຶ້ນກັບການດຳເນີນການຂອງ Fed. ດັ່ງນັ້ນ ຜູ້ຊື້ຂາຍຄວນໃຊ້ດຸນພິນິດຂອງຕົນເອງ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.