Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ການຢືນຢັນຮູບແບບກຣາຟ Rising Wedge ສ້າງຄວາມຫວັງໃຫ້ຜູ້ຂາຍຄຳ

ການຢືນຢັນຮູບແບບກຣາຟ Rising Wedge ສ້າງຄວາມຫວັງໃຫ້ຜູ້ຂາຍຄຳ

ເຖິງວ່າຈະດີດຂຶ້ນຈາກ 100-SMA ແຕ່ລາຄາຄຳກໍຍັງບໍ່ສາມາດລົບລ້າງການຢືນຢັນຮູບແບບກຣາຟຂາລົງ Rising Wedge ທີ່ປາກົດໃນວັນອັງຄານໄດ້. ສະພາບອ່ອນແຮງຂອງ RSI ແລະ MACD ຍັງສະໜັບສະໜູນການປັບຕົວລົງຫຼ້າສຸດ ໂດຍມີເປົ້າໝາຍຢູ່ລະດັບ 100-SMA ທີ່ $1,945. ຫຼັງຈາກນັ້ນ ລະດັບຕ່ຳສຸດປະຈຳເດືອນປະມານ $1,890 ຈະໄດ້ຮັບຄວາມສົນໃຈຈາກຕະຫຼາດ ກ່ອນເຖິງເປົ້າໝາຍທາງທິດສະດີຂອງຮູບແບບ wedge ດັ່ງກ່າວ ທີ່ປະມານ $1,850.

ໃນຂະນະດຽວກັນ 50-SMA ມາລວມກັບເສັ້ນແນວຮັບເກົ່າຂອງຮູບແບບຂາລົງ ແລະກຳລັງທ້າທາຍຜູ້ຊື້ຄຳຢູ່ປະມານ $1,965. ຖ້າລາຄາຄຳປັບຂຶ້ນຜ່ານ $1,965 ການຟື້ນຕົວອາດມີເປົ້າໝາຍຢູ່ລະດັບ Fibonacci retracement 50% ຂອງການປັບຕົວລົງໃນເດືອນມີນາ ໃກ້ $1,980. ແນວໃດກໍຕາມ ການບັນຈົບກັນຂອງແນວຕ້ານຂອງ Rising Wedge ແລະລະດັບ Fibonacci retracement 61.8% ຢູ່ປະມານ $2,005 ຈະເປັນດ່ານທີ່ຜູ້ຊື້ຜ່ານໄດ້ຍາກ.

ນອກເໜືອຈາກປັດໄຈທາງເຕັກນິກແລ້ວ ຄຳປາໄສຂອງ Jerome Powell ປະທານ Fed ໃນມື້ນີ້ກໍມີແນວໂນ້ມຈະເປັນປັດໄຈກົດດັນລາຄາຄຳ ເນື່ອງຈາກຄາດວ່າຫົວໜ້າທະນາຄານກາງສະຫະລັດ (Fed) ຈະສົ່ງສັນຍານເຖິງການຂຶ້ນອັດຕາດອກເບ້ຍໃຫ້ໄວຂຶ້ນ ແລະການປັບປົກກະຕິຂະໜາດງົບດຸນ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.