
ຄວາມຮູ້ສຶກຕໍ່ການຊື້ຂາຍເປັນບວກເລັກນ້ອຍ ເນື່ອງຈາກຜູ້ຮ່ວມຕະຫຼາດຕອບຮັບຕໍ່ການປັບຫຼຸດອັດຕາດອກເບ້ຍ 50 ຈຸດພື້ນຖານຂອງທະນາຄານກາງສະຫະລັດ ຈາກການປະຊຸມ FOMC ໃນເດືອນກັນຍາ. ທັດສະນະໃນແງ່ດີນີ້ໄດ້ຮັບການສະໜັບສະໜູນຈາກຖະແຫຼງການຂອງ FOMC ແລະຄຳເຫັນຂອງ Jerome Powell ປະທານ Fed ຊຶ່ງຊີ້ວ່າອາດມີການປັບຫຼຸດອັດຕາດອກເບ້ຍເພີ່ມອີກ ແລະເງິນເຟີ້ອາດຊະລໍຕົວລົງໃນຕໍ່ໜ້າ. ສັນຍາຊື້ຂາຍລ່ວງໜ້າອັດຕາດອກເບ້ຍສະແດງວ່າ ມີໂອກາດ 62% ທີ່ຈະປັບຫຼຸດອັດຕາດອກເບ້ຍ 25 ຈຸດພື້ນຖານໃນເດືອນພະຈິກ ແລະມີໂອກາດ 95% ທີ່ຈະປັບຫຼຸດ 50 ຈຸດພື້ນຖານໃນເດືອນທັນວາ. ແຕ່ການຄາດຄະເນໃນແຜນພູມຈຸດຂອງ Fed ຊີ້ວ່າ ອາດປັບຫຼຸດອັດຕາດອກເບ້ຍລວມ 100 ຈຸດພື້ນຖານພາຍໃນທ້າຍປີ 2024.
ການຫຼຸດອັດຕາດອກເບ້ຍ 0.50% ຂອງ Fed ແລະຄຳເຫັນສ່ວນໃຫຍ່ທີ່ສົ່ງສັນຍານວ່າຈະຜ່ອນຄາຍນະໂຍບາຍການເງິນ ໃນເບື້ອງຕົ້ນໄດ້ກົດດັນດັດຊະນີໂດລາສະຫະລັດ (DXY) ໃຫ້ຫຼຸດລົງສູ່ລະດັບຕ່ຳສຸດໃນຮອບ 14 ເດືອນ ແຕ່ຕໍ່ມາກໍ່ຟື້ນຕົວກັບຄືນ. ໃນຕອນເຊົ້າວັນພະຫັດ ໂດລາສະຫະລັດເລີ່ມຊົງຕົວ ແລະມີແຮງຊື້ເພີ່ມຂຶ້ນຫຼັງຈາກປິດຕະຫຼາດໃນວັນພຸດ. ຕະຫຼາດໄດ້ລວມການຫຼຸດອັດຕາດອກເບ້ຍຂອງ Fed ເຂົ້າໃນລາຄາແລ້ວ ເຮັດໃຫ້ໂດລາສາມາດຊົງຕົວຫຼັງຈາກປັບລົງ ໃນຊ່ວງທີ່ການເຄື່ອນໄຫວຂາດແຮງຊັດເຈນ.
ນອກຈາກການຊົງຕົວນີ້ແລ້ວ ໂດລາສະຫະລັດຍັງໄດ້ຮັບແຮງໜູນຈາກຂ່າວເຊີງລົບກ່ຽວກັບຄວາມສ່ຽງໃນຈີນ ແລະຕາເວັນອອກກາງ. ເມື່ອບໍ່ດົນມານີ້ ຈີນໄດ້ອາຍັດຊັບສິນຂອງ 9 ບໍລິສັດສະຫະລັດ ຂະນະທີ່ອິສຣາແອລມຸ່ງໝັ້ນກຳຈັດກຸ່ມຮາມາສ ແລະກອງກຳລັງທີ່ອີຣ່ານໜູນຫຼັງ ເຖິງແມ່ນວ່າຈະສ່ຽງທຳລາຍການເຈລະຈາສັນຕິພາບກໍຕາມ.
EURUSD ຂຶ້ນເຖິງລະດັບສູງສຸດປະຈຳເດືອນ ຫຼັງຈາກ Fed ຫຼຸດອັດຕາດອກເບ້ຍ ແຕ່ປິດມື້ດ້ວຍກຳໄລເລັກນ້ອຍ ເມື່ອ Francois Villeroy de Galhau ຜູ້ກຳນົດນະໂຍບາຍຂອງ ECB ສົ່ງສັນຍານວ່າ ECB ອາດຫຼຸດອັດຕາດອກເບ້ຍຕື່ມ. ໃນທຳນອງດຽວກັນ USDJPY ປັບລົງເລັກນ້ອຍ ແລະບໍ່ສາມາດຮັບປະໂຫຍດໄດ້ຫຼາຍຈາກຄວາມແຕກຕ່າງລະຫວ່າງທະນາຄານກາງຍີ່ປຸ່ນກັບ Fed ເນື່ອງຈາກຍີ່ປຸ່ນຍັງຄົງການປະເມີນພາບລວມເສດຖະກິດໄວ້ຕາມເດີມໃນລາຍງານສະບັບລ່າສຸດ.
ໃນຂະນະດຽວກັນ GBPUSD ປັບຂຶ້ນແຮງເຖິງລະດັບສູງສຸດນັບຕັ້ງແຕ່ຕົ້ນປີ 2022 ແລະປິດມື້ດ້ວຍກຳໄລທີ່ຫຼາຍຂຶ້ນ ໂດຍໄດ້ຮັບແຮງໜູນຈາກຂໍ້ມູນ CPI ຂອງອັງກິດທີ່ສ່ວນໃຫຍ່ເປັນບວກ ແລະຄວາມຄາດຫວັງວ່າທະນາຄານກາງອັງກິດຈະຄົງນະໂຍບາຍການເງິນໄວ້ຕາມເດີມ ຫຼັງຈາກຫຼຸດອັດຕາດອກເບ້ຍໃນຊ່ວງຜ່ານມາ.
ເງິນດອລລານິວຊີແລນ (NZD) ປັບຕົວຂຶ້ນແຂງແຮງທີ່ສຸດເມື່ອທຽບກັບເງິນດອລລາສະຫະລັດ ໃນບັນດາສະກຸນເງິນ G10, ຂະນະທີ່ເງິນດອລລາອົດສະຕຣາລີ (AUD) ກໍຍັງແຂງແຮງ. ປັດໄຈສຳຄັນລວມມີການຫົດຕົວຂອງ GDP ນິວຊີແລນໃນໄຕມາດ 2 ທີ່ໜ້ອຍກວ່າຄາດ ແລະການປ່ຽນແປງການຈ້າງງານຂອງອົດສະຕຣາລີທີ່ດີກວ່າຄາດ.
ໃນຂະນະດຽວກັນ USDCAD ປັບຕົວຂຶ້ນຕິດຕໍ່ກັນ 5 ມື້ ເນື່ອງຈາກລາຄານ້ຳມັນດິບອ່ອນຕົວ ເຊິ່ງເປັນສິນຄ້າສົ່ງອອກສຳຄັນຂອງການາດາ ພ້ອມກັບຄຳເຫັນໃນທ່າທີຜ່ອນຄາຍຈາກທະນາຄານການາດາ (BoC). ແນວໃດກໍຕາມ ຄູ່ເງິນ Loonie ໄດ້ຢຸດພັກແຮງຂຶ້ນໃນຊ່ວງຕົ້ນວັນພະຫັດ.
ນ້ຳມັນດິບປັບຕົວຂຶ້ໄດ້ບໍ່ດີຈາກຄ່າເງິນດອນສະຫະລັດທີ່ອ່ອນຄ່າລົງ ໂດຍປັບຕົວຂຶ້ນເພີນ້ອຍບໍ່ດົນ ທ່າมກາງຄວາມກັງວົນເກີ່ຍວກັບການເຕີບໂຕທາງເສດຖະກິດທົ່ວໂລກ ແລະປະລິມານການສະຫນອງຈາກ OPEC+ ທີ່ເພີ່ມຂຶ້ນ. ນໍ່ໄດ້ໃຫ້ຄວາມສໍາຄັນກັບການຫຼຸດລົງຂອງສະຕັອກນ້ຳມັນດິບຂອງສະຫະລັດລາຍສັປດາຫຼໍໄປ ຊຶ່ງຫຼາຍກວ່າທີ່ຄາດການໄວ້.



ລາຄາຄຳພຸ່ງຂຶ້ນເຖິງລະດັບສູງສຸດເປັນປະຫວັດການທີ່ $2,600 ຫຼັງຈາກ FOMC ປະກາດຜົນໄດ້ບໍ່ດົນ ແຕ່ພໍຮອດທ້າຍວັນພຸດ ລາຄາກໍຫຼຸດລົງຕິດຕໍ່ກັນເປັນວັນທີ 2. ໃນຊ່ວງເຊົ້າວັນພະຫັດ ລາຄາຄຳຟື້ນຕົວຂຶ້ນ ໂດຍມີເປົ້າໝາຍທີ່ຈະຂຶ້ນໄປທົດສອບລະດັບສູງສຸດຂອງມື້ກ່ອນ ເຖິງແມ່ນວ່າເງິນໂດລາສະຫະລັດຈະຟື້ນຕົວຫຼັງຈາກ Fed ຫຼຸດອັດຕາດອກເບ້ຍລົງ 50 ຈຸດພື້ນຖານກໍຕາມ. ການຟື້ນຕົວຄັ້ງລ່າສຸດນີ້ເບິ່ງຄືວ່າເກີດຈາກຄວາມບໍ່ແນ່ນອນຂອງຕະຫຼາດກ່ຽວກັບກ້າວຕໍ່ໄປຂອງ Fed ພ້ອມກັບຄວາມກັງວົນຕໍ່ການຫຼຸດອັດຕາດອກເບ້ຍທີ່ອາດເກີດຂຶ້ນ, ຄວາມຕຶງຄຽດທາງການຄ້າ ແລະບັນຫາພູມລັດສາດ.
Bitcoin (BTCUSD) ແລະ Ethereum (ETHUSD) ປັບຕົວຂຶ້ນຕິດຕໍ່ກັນເປັນມື້ທີ 3 ໂດຍໄດ້ຮັບແຮງໜູນຈາກການຫຼຸດອັດຕາດອກເບ້ຍ 0.50% ຂອງທະນາຄານກາງສະຫະລັດ ແລະຄວາມຄາດຫວັງວ່າອັດຕາດອກເບ້ຍຈະຫຼຸດລົງໃນອະນາຄົດ.
ໃນໄລຍະຕໍ່ໄປປະກາດນະໂຍບາຍການເງິນຈາກ BoE ແລະ BoJ ພ້ອມກັບຂໍ້ມູນສະຫະລັດລະດັບຮອງ ຈະເປັນທີ່ຈັບຕາຂອງນັກຊື້ຂາຍຕາມແຮງໂນ້ມອຽງ. ແຕ່ຄາດວ່າຈະບໍ່ມີການປ່ຽນແປງສຳຄັນ ດັ່ງນັ້ນແນວໂນ້ມໃນປັດຈຸບັນອາດຈະສືບຕໍ່. ເງິນໂດລາສະຫະລັດອາດຟື້ນຕົວຈາກການອ່ອນຄ່າບາງສ່ວນຫຼັງການປະຊຸມ Fed ເຊິ່ງອາດສົ່ງຜົນຕໍ່ສິນຄ້າໂພກພັນ ແລະສະກຸນເງິນອອສເຕຣເລຍກັບນິວຊີແລນ. ຂະນະທີ່ GBPUSD ແລະ USDJPY ອາດມີທ່າທີລະມັດລະວັງ. ທ່າມກາງຄວາມບໍ່ແນ່ນອນນີ້ ຄາດວ່າລາຄາຄຳຈະຍັງຄົງຕົວ.
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!