ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ລາຄາຄຳປັບຂຶ້ນເປັນມື້ທີ 3 ຕິດຕໍ່ກັນ ຂະນະທີ່ເງິນໂດລາສະຫະລັດ ແລະຜົນຕອບແທນຫຼຸດລົງກ່ອນການເປີດເຜີຍຂໍ້ມູນ NFP

ລາຄາຄຳປັບຂຶ້ນເປັນມື້ທີ 3 ຕິດຕໍ່ກັນ ຂະນະທີ່ເງິນໂດລາສະຫະລັດ ແລະຜົນຕອບແທນຫຼຸດລົງກ່ອນການເປີດເຜີຍຂໍ້ມູນ NFP

ຕະຫຼາດໂລກເລີ່ມຫຼີກລ່ຽງຄວາມສ່ຽງ ເມື່ອຄວາມກັງວົນກ່ຽວກັບເງິນເຟີ້ຮຸນແຮງຂຶ້ນກ່ອນການເຜີຍແຜ່ຂໍ້ມູນສຳຄັນລະດັບສູງ. ແນວໃດກໍຕາມ ຄວາມຮູ້ສຶກໃນຕະຫຼາດທີ່ຊົບເຊົານີ້ຫັນໄປຫາຄຳເພື່ອຫາທີ່ພຶ່ງ ແທນທີ່ຈະເປັນເງິນໂດລາສະຫະລັດ. ນັກຊື້ຂາຍເງິນໂດລາກຳລັງຕິດຕາມອັດຕາຜົນຕອບແທນພັນທະບັດຄັງເງິນສະຫະລັດທີ່ອ່ອນຕົວ ໂດຍຈັບຕາເບິ່ງລາຍງານການຈ້າງງານສຳຄັນໃນມື້ນີ້.

ດ້ວຍເຫດນີ້ ໂລຫະມີຄ່າປັບຂຶ້ນເປັນມື້ທີ 3 ຕິດຕໍ່ກັນ ແຕ່ນ້ຳມັນ Brent ບໍ່ສາມາດຟື້ນຕົວໄດ້ ແລະປິດການຊື້ຂາຍໃນແດນລົບເປັນມື້ທີ 4 ຕິດຕໍ່ກັນ.

ເຖິງແນວນັ້ນ, GBPUSD ໄດ້ຮັບແຮງໜູນຈາກຂໍ້ມູນ GDP ທີ່ດີກວ່າຄາດ ແລະບໍ່ສົນໃຈຕໍ່ຄວາມອ່ອນແອຂອງກິດຈະກຳອຸດສາຫະກຳແລະການຜະລິດ. ໃນອີກດ້ານໜຶ່ງ, USDJPY ກໍຍັງແຂງຄ່າຂຶ້ນ ເມື່ອທະນາຄານກາງຍີ່ປຸ່ນ (BoJ) ປົກປ້ອງນະໂຍບາຍການເງິນແບບຜ່ອນຄາຍ ກ່ອນອຳລາຜູ້ນຳສາຍຜ່ອນຄາຍ Haruhiko Kuroda.

ສ່ວນຄູ່ເງິນອື່ນໆ, AUDUSD ແລະ NZDUSD ປັບຂຶ້ນເລັກນ້ອຍ, ແຕ່ USDCAD ຍັງບໍ່ສາມາດຮັບປະໂຫຍດຈາກການອ່ອນຄ່າຂອງເງິນໂດລາສະຫະລັດໄດ້ ທ່າມກາງລາຄານ້ຳມັນທີ່ຊົບເຊົາ, ເຊິ່ງເປັນສິນຄ້າສົ່ງອອກຫຼັກຂອງການາດາ.

ຄວນສັງເກດວ່າ ສາມາດເຫັນການຫຼີກລ່ຽງຄວາມສ່ຽງໄດ້ຢ່າງຊັດເຈນໃນຕະຫຼາດຄຣິບໂຕ ເມື່ອ BTCUSD ແລະ ETHUSD ລົງໄປເຮັດລະດັບຕ່ຳສຸດໃໝ່ໃນຮອບ 2 ເດືອນ ຂະນະທີ່ແຮງຂາຍກຳລັງທົດສອບແນວຮັບຂອງ 200-DMA.

ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:

  • ນ້ຳມັນ Brent ລາຄາຫຼຸດລົງຕິດຕໍ່ກັນເປັນມື້ທີ 4, ຫຼຸດລົງ 0.90% ມາຢູ່ໃກ້ $81.50 ໃນລາຄາລ່າສຸດ.
  • ຄຳ ປັບຂຶ້ນຕິດຕໍ່ກັນເປັນມື້ທີ 3 ໂດຍບວກຂຶ້ນເລັກນ້ອຍ ຢູ່ໃກ້ $1,833.
  • ດັດຊະນີ USD ປັບຕົວລົງຕໍ່ຈາກຈຸດສູງສຸດໃນຮອບ 3 ເດືອນ ມາຢູ່ທີ່ 105.20 ໃນຂະນະທີ່ຂຽນຂ່າວນີ້.
  • Wall Street ປິດການຊື້ຂາຍດ້ວຍຜົນຕິດລົບ ເຊັ່ນດຽວກັບຕະຫຼາດຮຸ້ນໃນພາກພື້ນອາຊີ-ປາຊີຟິກ ຂະນະທີ່ຮຸ້ນໃນເອີຣົບ ແລະອັງກິດປັບຕົວລົງຕາມບັນຍາກາດໂດຍລວມ.
  • BTCUSD ແລະ ETHUSD ຕ່າງກໍຍັງມີແນວໂນ້ມຂາລົງ ໃກ້ລະດັບ $20,000 ແລະ $1,410 ຕາມລຳດັບ.

ຕະຫຼາດທີ່ຜັນຜວນບໍ່ຊ່ວຍເສີມກຳລັງໃຈໃຫ້ຝ່າຍຊື້ເງິນໂດລາສະຫະລັດ

ບໍ່ວ່າຈະເປັນທ່າທີຂອງ BoJ ທີ່ພ້ອມຈະສົ່ງທ້າຍວາລະຂອງ Kuroda ດ້ວຍການບໍ່ດຳເນີນການ ຫຼືຂໍ້ມູນຂອງອັງກິດທີ່ປະສົມປົນກັນ ລວມເຖິງຄວາມກັງວົນວ່າຄວາມຕຶງຄຽດທາງພູມລັດສາດລະຫວ່າງຣັດເຊຍແລະຈີນຈະເພີ່ມຂຶ້ນ ທັງໝົດນີ້ສົ່ງຜົນຕໍ່ບັນຍາກາດໃນຕະຫຼາດ. ແນວໃດກໍຕາມ, ເງິນຕາທີ່ມັກຖືກໃຊ້ເປັນສິນຊັບປອດໄພ ຄືເງິນໂດລາສະຫະລັດ ຍັງອ່ອນຄ່າ ເນື່ອງຈາກສັນຍານເບື້ອງຕົ້ນຂອງຂໍ້ມູນສະຫະລັດທີ່ຈະປະກາດໃນມື້ນີ້ມີແນວໂນ້ມອ່ອນແອ. ຜົນຕອບແທນພັນທະບັດ Treasury ຂອງສະຫະລັດທີ່ຫຼຸດລົງ ແລະຄວາມກັງວົນຕໍ່ງົບປະມານປີ 2024 ຂອງປະທານາທິບໍດີ Joe Biden ທີ່ສະເໜີຂຶ້ນພາສີຢ່າງຫຼາຍສຳລັບຊາວອາເມລິກັນຜູ້ມັ່ງຄັ່ງ ກໍອາດເປັນອີກປັດໄຈທີ່ກົດດັນເງິນໂດລາ.

ນອກເໜືອຈາກຜົນງານທີ່ອ່ອນແອຂອງເງິນໂດລາສະຫະລັດແລ້ວ, ຄວາມຄາດຫວັງຕໍ່ການປັບປ່ຽນເສດຖະກິດຢ່າງແຂງແຮງຂອງຈີນ ແລະມາດຕະການກະຕຸ້ນເສດຖະກິດທີ່ເພີ່ມຂຶ້ນ ຊ່ວຍໃຫ້ຝ່າຍຊື້ຄຳຍັງຄຸມເກມໄດ້. ສ່ວນນ້ຳມັນດິບຕ້ອງແບກຮັບຜົນກະທົບຈາກຂ່າວລືເລື່ອງເສດຖະກິດຊະລໍຕົວ.

GBPUSD ຮັກສາການປັບຂຶ້ນໃນຊ່ວງຕົ້ນອາທິດໄວ້ໄດ້ ຂະນະທີ່ USDJPY ຟື້ນຄືນຈາກການຫຼຸດລົງແຮງໃນມື້ກ່ອນ ໂດຍປັບຂຶ້ນເລັກນ້ອຍ ຫຼັງຈາກ BoJ ບໍ່ປ່ຽນແປງນະໂຍບາຍ. ນອກນັ້ນ EURUSD ກຳລັງລໍຖ້າລາຍງານການຈ້າງງານຂອງສະຫະລັດ ແລະ USDCAD ກໍຈັບຕາເບິ່ງຂໍ້ມູນການຈ້າງງານຈາກສະຫະລັດແລະການາດາເຊັ່ນກັນ.

ຄາຊິນຂອງສັຍດິຈິຕອນກຳລັງຖືກກົດດັນໃນທິດທາງຂາ๜ງ ທ່າມກາງຄວາມກັງວົນເກີ່ຍວກັບການຄวບຄຸມທີ່ຈະເພີ່ມຂຶ້ນ ແລະງົບປະມານຂອງ Biden ທີ່ສົ່ງຜົນກະທົບທາງລົບຕໍ່ອຸດສາຫະກຳ.

  • ຊື້ຢ່າງແຂງແຮງ: USDJPY
  • ຂາຍຢ່າງແຂງແຮງ: ETHUSD, GBPUSD
  • ຊື້: USD Index, USDCAD, Nasdaq, EURUSD
  • ຂາຍ: DAX, FTSE 100, ຄຳ, BTCUSD, AUDUSD

ລໍຖ້າຕົວເລກ NFP ຂອງສະຫະລັດ, ຂໍ້ມູນການຈ້າງງານຂອງການາດາ ແລະ Lagarde ຈາກ ECB

ຄືກັບວ່າຕະຫຼາດທີ່ເຄື່ອນໄຫວຂຶ້ນລົງຢ່າງຜັນຜວນໃນຕອນນີ້ຍັງບໍ່ພໍ ຜູ້ຫຼິ້ນໃນຕະຫຼາດກໍກຳລັງເພີ່ມຄວາມຜັນຜວນໃນການຊື້ຂາຍ ໂດຍຈັບຕາເບິ່ງລາຍງານການຈ້າງງານຂອງສະຫະລັດແລະການາດາ ພ້ອມທັງທ່າທີຄັ້ງສຸດທ້າຍຂອງ Lagarde ປະທານ ECB ກ່ອນລາຍງານນະໂຍບາຍການເງິນໃນອາທິດໜ້າ. ຄວນສັງເກດວ່າ ການຄາດຄະເນຕໍ່ຕົວເລກການຈ້າງງານນອກຂະແໜງກະສິກຳຂອງສະຫະລັດ (NFP) ອອກມາໃນທາງລົບ ແຕ່ກໍອາດມີຂ່າວດີເກີນຄາດ ແລະສາມາດຊ່ວຍດັນຄ່າເງິນໂດລາສະຫະລັດຂຶ້ນໄດ້.

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!